ພິທີເຊັນລົງນາມ ຂອບເຂດການຈັດຕັ້ງປະຕິບັດວຽກງານ ຂອງຜູ້ຕາງໜ້າການທ່ອງທ່ຽວລາວ ປະຈຳ ສປ ຈີນ ລະຫວ່າງ ກົມໂຄສະນາການທ່ອງທ່ຽວ ກະຊວງຖະເເຫລງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ ເເລະ ບໍລິສັດ ເຟິ່ງຫວງເຫີ ວັດທະນະທຳ ເເລະ ສື່ມວນຊົນສາກົນປັກກິ່ງ ສປ ຈີນ ຈັດຂຶ້ນໃນວັນທີ 29 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ພູທອນ ດາລາລົມ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ແລະ ທ່ານ ນາງ ຈາງ ຊຽວຢຽນ ປະທານບໍລິສັດ ເຟິ່ງຫວງເຫີ ວັດທະນະທຳ ເເລະ ສື່ມວນຊົນສາກົນປັກກິ່ງ ສປ ຈີນ ໂດຍມີ ທ່ານ ນາງ ດາລະນີ ພົມມະວົງສາ ຮອງລັດຖະມົນຕີຖະເເຫລງຂ່າວ, ວັດທະນະ ທຳ ເເລະ ທ່ອງທ່ຽວ, ຜູ້ຕາງໜ້າຈາກຫ້ອງການກະຊວງ ຖວທ, ກົມເເຜນການ ເເລະ ການຮ່ວມມືສາກົນ, ກົມພັດທະນາການທ່ອງທ່ຽວ, ກົມຄຸ້ມຄອງທຸລະກິດການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງ ໃນການເຊັນສັນຍາຄັ້ງນີ້, ກໍເພື່ອພັດທະນາ ເເລະ ສົ່ງເສີມການທ່ອງທ່ຽວລາວ, ນຳສະເໜີທ່າເເຮງຜະລິດຕະພັນການທ່ອງທ່ຽວ, ການບໍລິການ ເພື່ອດຶງດູດນັກທ່ອງທ່ຽວຈີນມາທ່ຽວລາວນັບມື້ນັບເພີ່ມຂຶ້ນ. ສຳ ລັບນັກທ່ອງທ່ຽວຈີນ ໄດ້ກາຍເປັນຕະຫລາດທ່ອງທ່ຽວຂະໜາດໃຫຍ່ຂອງລາວ ເເລະ ປີ 2024 ນັກທ່ອງທ່ຽວຈີນ ມາທ່ຽວລາວ 1.048.034 ເທື່ອຄົນ.
ທ່ານ ນາງ ຈາງ ຊຽວຢຽນ ປະທານບໍລິສັດ ເຟິ່ງຫວງເຫີ ວັດທະນະທຳ ເເລະ ສື່ມວນຊົນສາກົນປັກກິ່ງ ເເຫ່ງ ສປ ຈີນ ໄດ້ມີຄຳເຫັນວ່າ: ທາງບໍລິສັດຈະກຽມພ້ອມໃຫ້ການຮ່ວມມື ເພື່ອຕອບສະໜອງການບໍລິການທີ່ມີຄຸນນະພາບດີ ເເລະ ປະທັບໃຈ, ເຮັດໃຫ້ນັກທ່ອງທ່ຽວຈີນຮັບຮູ້ເຂົ້າໃຈ ເເລະ ເຂົ້າເຖິງຂໍ້ມູນການທ່ອງທ່ຽວລາວນັບມື້ນັບດີຂຶ້ນ. ພ້ອມກັນນັ້ນ, ສອງຝ່າຍຈະພ້ອມກັນສ້າງເເຜນກິດຈະກຳໂຄສະນາການທ່ອງທ່ຽວລາວ ເເນໃສ່ຍົກລະດັບການບໍລິການ, ສ້າງລາຍການທ່ອງທ່ຽວທີ່ຫລາກຫລາຍ ເພື່ອດຶງດູດນັກທ່ອງທ່ຽວຈີນມາທ່ອງທ່ຽວລາວ.