ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີສະເຫລີມສະຫລອງ ວັນເດັກສາກົນ ຄົບຮອບ 100 ປີ ໃນຫົວຂໍ້: ການປົກປ້ອງເດັກ ແລະ ສືບຕໍ່ຊຸກຍູ້ການແນະນໍາວຽກງານການປົກປ້ອງເດັກ ໃຫ້ຄູອາຈານ ແລະ ຜູ້ບໍລິຫານການສຶກສາ ໃນວັນທີ 29 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ ແນໃສ່ຊຸກຍູ້ການປົກປ້ອງເດັກ ໃນດ້ານການສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະ ບານ ອົດສະຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ບີຄວາ).

ໃນພິທີ, ທ່ານ ສຸພາບ ຄູນວິໄຊ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ໄດ້ອ່ານສານອວຍພອນວັນເດັກສາກົນ ຂອງທ່ານນາຍົກລັດຖະມົນຕີ ໂດຍຍົກໃຫ້ເຫັນເຖິງການພັດທະນາ ບັນດານິຕິກຳໃນໄລຍະຜ່ານມາ ເຊິ່ງເປັນບາດກ້າວທີ່ສຳຄັນສຳລັບສິດທິເດັກ ໃນ ສປປ ລາວ ຄື: ການຫ້າມລົງໂທດທາງຮ່າງກາຍຢ່າງຄົບຊຸດ ເຊິ່ງໄດ້ຮັບຮອງເອົາໃນວັນທີ 30 ເມສາ 2024. ກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ສະບັບປັບປຸງນີ້ ໄດ້ກຳນົດໃຫ້ ສປປ ລາວ ເປັນປະເທດ ທີ 66 ຂອງການລົງໂທດຢ່າງຄົບຊຸດໃນໂລກ ລວມທັງການລົງໂທດທັງໝົດໃນອາຊຽນ, ໃນບ້ານ, ໃນເຮືອນ ແລະ ໃນໂຮງຮຽນ. ໃນຖະແຫລງການ ໄດ້ຢືນຢັນຄືນຄຳໝັ້ນສັນຍາ ຂອງແຕ່ລະປະ ເທດ ໃນການສ້າງສະພາບແວດລ້ອມທີ່ປອດໄພ ແລະ ສົ່ງເສີມສິດທິຂອງເດັກທຸກຄົນ. ພ້ອມນີ້, ຍັງໄດ້ເຜີຍແຜ່ເອກະສານແນະນໍາກ່ຽວກັບການປົກປ້ອງເດັກ ແລະ ຮັກສາຄວາມປອດໄພ ສໍາລັບເດັກ ໃນຂະ ແໜງການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ແກ່ຄູ-ອາຈານ, ຜູ້ບໍລິຫານການສຶກສາ ແລະ ນ້ອງນັກ ຮຽນ ທີ່ມາຈາກໂຮງຮຽນປະຖົມ ແລະ ມັດທະຍົມໃນນະຄອນຫລວງວຽງຈັນ ຕື່ມອີກ.

ທ່ານ ສຸພາບ ຄູນວິໄຊ ໄດ້ເນັ້ນເຖິງບົດບາດສຳຄັນຂອງຄູ ໃນການສ້າງສະພາບແວດລ້ອມ ການຮຽນຮູ້ທີ່ປອດໄພ ເຊິ່ງເອກະສານແນະນໍາການປົກປ້ອງ ແລະ ຮັກສາຄວາມປອດໄພ ສຳລັບເດັກ ແມ່ນໝາກຜົນຂອງການຮ່ວມມືຂອງ ລັດຖະບານ ສປປ ລາວ ແລະ ອົດສະຕຣາລີ, ຄູສອນມີບົດບາດສໍາຄັນໃນການປົກປ້ອງເດັກໂດຍກົງ ພ້ອມທັງສະໜັບສະໜູນ ແລະ ສົ່ງຄວາມຮູ້ໃຫ້ແກ່ເດັກ. ພ້ອມນີ້, ການ ຈັດຕັ້ງປະຕິບັດ ເອກະສານແນະນໍາດັ່ງກ່າວ ຈະນໍາໄປສູ່ການປ່ຽນແປງພຶດຕິກໍາໃນທາງບວກ ເປັນການສ້າງສະຖານທີ່ ທີ່ປອດໄພ ສໍາລັບນັກຮຽນທີ່ຈະຮຽນຮູ້ ແລະ ຈະເລີນເຕີບໂຕ ໂດຍສະເພາະ ການສື່ ສານທີ່ມີຄວາມເຄົາລົບກັບເດັກນ້ອຍ, ການນຳໃຊ້ສື່ເອເລັກໂຕຣນິກຢ່າງມີຄວາມຮັບຜິດຊອບ ແລະ ປອດໄພ ແລະ ການຄຸ້ມຄອງພຶດຕິກຳໃນທາງບວກ.
ໂອກາດນີ້, ທ່ານ ສຸພາພາບ ຄູນວີໄຊ ຍັງໄດ້ຮຽກຮ້ອງໃຫ້ຄູ-ອາຈານທຸກຄົນ ໃຫ້ບຸລິມະສິດໃນການປົກປ້ອງເດັກ ແລະ ໂຄສະນາຢ່າງຈິງຈັງ ເພື່ອຄວາມປອດໄພຂອງນັກຮຽນ, ການປົກປ້ອງເດັກ ແມ່ນຄວາມຮັບຜິດຊອບຂອງທຸກຄົນ ແລະ ຫວັງວ່າ ບັນດາຄຳແນະນຳ ດ້ານການປົກປ້ອງນີ້ ຈະສືບຕໍ່ຖືກນຳໃຊ້ຢ່າງກວ້າງຂວາງ ໂດຍຄູສອນ ແລະ ທຸກຄົນທີ່ເຮັດວຽກກ່ຽວກັບເດັກ ເພື່ອສ້າງສະພາບແວດລ້ອມ ໃນໂຮງຮຽນທີ່ປອດໄພ ແລະ ມີສ່ວນຮ່ວມ.