Friday, May 30, 2025
Homeຂ່າວພາຍໃນສະມາຄົມແພດເດັກ ສຸມໃສ່ແນວທາງປະຕິບັດໃນການປິ່ນປົວເດັກທີ່ດີທີ່ສຸດ ປະຈໍາປີ 2025

ສະມາຄົມແພດເດັກ ສຸມໃສ່ແນວທາງປະຕິບັດໃນການປິ່ນປົວເດັກທີ່ດີທີ່ສຸດ ປະຈໍາປີ 2025

ສະມາຄົມແພດເດັກ ຈັດກອງປະຊຸມການແພດສາດສຶກສາຕໍ່ເນື່ອງຂອງແພດເດັກລາວ ຄັ້ງທີ 20 ຂຶ້ນໃນວັນທີ 29-30 ພຶດສະພາ 2025 ທີ່ໂຮງແຮມດອນຈັນພາເລດ ພາຍໃຕ້ຫົວຂໍ້: ແນວທາງປະຕິບັດໃນການປິ່ນປົວເດັກທີ່ດີທີ່ສຸດ ປະຈຳປີ 2025 ເປັນປະທານຂອງທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດທະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ຄໍາເປ ພົງສະຫວັດ ປະທານສະມາຄົມແພດເດັກ ທ່ານ Bilal Aurang Zeb Durrani ຜູ້ຕາງໜ້າອົງການ UNICEF ປະຈໍາລາວ ພ້ອມທັງແພດເດັກລາວ ທົ່ວປະເທດ ແລະ ແພດຈາກຕ່າງປະເທດ ເຂົ້າຮ່ວມ.

ໃນພິທີ ທ່ານ ດຣ ຄໍາເປ ພົງສະຫວັດ ກ່າວວ່າ: ກອງປະຊຸມນີ້ມີຄວາມສໍາຄັນຫຼາຍ ເພາະແມ່ນການສະ ໜັບສະໜູນສົ່ງເສີມການພັດທະນາ ແລະ ການຮຽນຮູ້ແບບຕໍ່ເນື່ອງ ເພື່ອຊ່ວຍໃຫ້ບັນດາທ່ານໝໍໄດ້ແກ້ໄຂຈຸດອ່ອນໃນການປະຕິບັດວິຊາຊີບຂອງຕົນ ແລະ ເປີດໂອກາດໃນການແລກປ່ຽນຄວາມຮູ້ທາງການແພດ ໃນການປິ່ນ ປົວເດັກ ລະຫວ່າງ ແພດເດັກລາວທົ່ວປະເທດ ຮ່ວມກັບແພດຈາກຕ່າງປະເທດ ຊ່ວຍໃຫ້ບັນດາທ່ານໝໍໃຫ້ເຂົ້າໃຈການເຊື່ອມສານຂອງລະບົບການໃຫ້ບໍລິການ ແລະ ການດູແລສຸຂະພາບເດັກເຈັບ ເນັ້ນໜັກຄວາມສໍາຄັນຂອງການປະຕິບັດໜ້າທີ່ວຽກ ງານຕາມລະບົບ ແລະ ໃຫ້ມີມາດຕະຖານ ນອກຈາກນັ້ນ ຍັງໄດ້ຄວາມຮູ້ ແລະ ຕາມທັນຄວາມກ້າວໜ້າດ້ານເທັກໂນໂລຊີ ທີ່ກໍາລັງຂະຫຍາຍໂຕຢ່າງໄວວາ ເພື່ອເປັນການປັບໂຕໃຫ້ທັນກັບຄວາມກ້າວໜ້າທາງດ້ານທັກສະ ແລະ ທັດສະນະຄະຕິອັນໃໝ່ໆ.

ພ້ອມກັນນັ້ນ ກໍແມ່ນໜຶ່ງໃນຍຸດທະສາດ ໃນການປັບປຸງຜົນໄດ້ຮັບດ້ານຄຸນນະພາບການປິ່ນປົວ ເພື່ອຫຼຸດ ຜ່ອນອັດຕາການຕາຍຂອງເດັກ ໃຫ້ບັນລຸຕາມເປົ້າໝາຍທີ່ວາງອອກຮ່ວມກັນ ຈາກການລາຍງານຂອງປະ ທານສະມາຄົມແພດເດັກລາວ ເລີ່ມສ້າງແພດຊ່ຽວຊານເດັກຂັ້ນ I ແຕ່ 1997 ມາຮອດປັດຈຸບັນ ມີ 198 (ຈົບໄປແລ້ວ 171 ແລະ ຍັງກໍາລັງຮຽນ 27) ສ້າງຊ່ຽວຊານຂັ້ນ II ເລີ່ມສ້າງແຕ່ປີ 2012 ຮອດປັດ ຈຸບັນ ມີຈໍານວນ 26 ຄົນ ຈົບແລ້ວຈໍານວນ 19 ຄົນ (ຍັງສືບຕໍ່ຮຽນ 7 ຄົນ) ມີຄົບແລ້ທຸກສາຂາວິຊາ ທັງໝົດນີ້ ຍັງສືບຕໍ່ສ້າງຢ່າງຕໍ່ເນື່ອງ.

ໂອກາດນີ້ ທ່ານ ດຣ ໄພວັນ ແກ້ວປະເສີດ ກ່າວວ່າ: ເນື່ອງຈາກການເສຍຊິວິດຂອງເດັກຍັງເປັນໜຶ່ງຂອງເງື່ອນໄຂທີ່ຈະເຮັດໃຫ້ປະເທດລາວຫຼຸດພົ້ນອອກຈາກຄວາມທຸກຍາກ ໃນ ປີ 2030 ທີ່ລັດຖະບານ ໄດ້ວາງໄວ້ ສະນັ້ນ ເຖິງວ່າໃນໃລຍະຜ່ານມາອັດ ຕາການຕາຍຂອງເດັກຈະຫຼຸດລົງຢ່າງຕໍ່ເນື່ອງກໍຕາມ ແຕ່ກໍຍັງບໍ່ທັນບັນລຸຕາມເປົ້າ ໝາຍທີ່ກຳນົດໄວ້ ພ້ອມກັນ ນັ້ນພາວະໂພຊະນາການ ແລະ ການລ້ຽງດູເດັກກໍມີຄວາມສໍາຄັນເຊັ່ນກັນ ທີ່ຈະເຮັດໃຫ້ເດັກນ້ອຍລາວເຮົາມີການພັດທະນາທີ່ດີ ແລະ ມີຄຸນນະພາບທັງດ້ານຮ່າງກາຍ ແລະ ສະຕິປັນຍາ ຖ້າເດັກມີການຈະເລີນເຕີບໂຕທີ່ສົມບູນ ກໍຈະສົ່ງຜົນໃຫ້ປະເທດຊາດເຮົາ ມີປະຊາກອນທີມີຄຸນນະພາບໃນອະນາຄົດ ຈະສຳເລັດແບບນີ້ໄດ້ ຈຶ່ງຮຽກຮ້ອງໃຫ້ທ່ານໝໍເດັກທຸກໆຄົນ ແລະ ຜູ້ທີ່ເບິ່ງ ແຍງກ່ຽວກັບສຸຂະພາບຂອງເດັກ ຕັ້ງແຕ່ສູນກາງລົງຮອດທ້ອງຖິ່ນ ຕ້ອງຍົກສູງຄຸນນະ ພາບຂອງການປິ່ນ ປົວ ການແນະນໍາ ແລະ ການປ້ອງກັນພະຍາດໃຫ້ແກ່ພໍ່ແມ່ຜູ້ປົກຄອງ ແລະ ປະຊາຊົນທົ່ວໄປ ໃຫ້ໄດ້ດີຂຶ້ນເຊັ່ນດຽວກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments