ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ 29 ພຶດ ສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາ ຍົກລັດຖະມົນຕີ ສະມາຊິກລັດຖະບານ ຜູ້ຕາງໜ້າກະຊວງ-ອົງ ການເຂົ້າຮ່ວມແບບເຊິ່ງໜ້າ ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະ ບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມິຖຸນາ 2025.
ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: 1.ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນພຶດສະ ພາ ແລະ ທິດທາງແຜນການປະຈຳເດືອນມິຖຸນາ 2025 ຂອງລັດຖະບານ ລາຍງານໂດຍຫຍໍ້ກ່ຽວກັບຫົວ ຂໍ້ ແລະ ເນື້ອໃນທີ່ລັດຖະບານ ຈະລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບົດລາຍງານຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແຜນເງິນ ຕາ 6 ເດືອນຕົ້ນປີ 2025 ແລະ ແຜນການ 6 ເດືອນທ້າຍປີ 2025 ລາຍງານກ່ຽວ ກັບການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ ນິຕິກຳ ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້ານໍ້າຕົກ ລາຍງານກ່ຽວກັບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ ແລະ ທິດທາງແຜນການໃນຕໍ່ໜ້າ ລາຍງານກ່ຽວກັບການຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະ ເທດ ລາຍງານກ່ຽວກັບນະໂຍບາຍການການກໍ່ສ້າງ-ສ້ອມແປງເສັ້ນທາງໃນໄລຍະໃໝ່ (ຜົນຂອງກອງປະ ຊຸມຮ່ວມ ລະ ຫວ່າງ ຄະນະລັດຖະບານກັບຄະນະປະຈໍາສະພາແຫ່ງຊາດ ຄັ້ງທີ 2 ປີ 2024) ແລະ ລາຍງານກ່ຽວກັບການກໍ່ສ້າງ ແລະ ສ້ອມແປງເສັ້ນທາງຕ່າງໆ ທີ່ຍັງຫຍຸ້ງຍາກ ແລະ ເປ່ເພ 2.ຮ່າງຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2035 ແລະ ວິໄສທັດຮອດປີ 2040 3.ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ການກູ້ຢືມໂດຍກົງ ການໃຫ້ກູ້ຢືມຕໍ່ ແລະ ການຄໍ້າປະກັນການໃຫ້ກູ້ຢືມ 4.ຮ່າງດຳລັດ ວ່າດ້ວຍໜຶ່ງເມືອງ ໜຶ່ງຜະລິດຕະພັນ 5.ຮ່າງດໍາລັດ ວ່າດ້ວຍການສົ່ງເສີມທຸລະກິດແບບສະຕາດອັບ 6.ຮ່າງດຳລັດ ວ່າດ້ວຍນະໂຍບາຍຕໍ່ຄະນະກິລາທີມຊາດ ແລະ 7.ຮ່າງດຳລັດ ວ່າດ້ວຍສະ ຖານທີ່ທ່ອງທ່ຽວ.
ໃນໂອກາດກ່າວເປີດກອງປະຊຸມ ທ່ານປະທານກອງປະຊຸມໄດ້ຍົກໃຫ້ເຫັນສະພາບ ການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສະຫຼັບຊັບຊ້ອນ ແລະ ຄາດເດົາໄດ້ຍາກ ໂດຍສະ ເພາະ ແມ່ນຄວາມຂັດແຍ່ງທາງດ້ານເສດຖະ ກິດ-ການຄ້າ ລະຫວ່າງ ສ.ອາເມລິກາ ກັບ ສປ.ຈີນ ເຖິງວ່າໄດ້ມີການເຈລະຈາຜ່ອນອັດຕາພາສີລົງ ແຕ່ໃນໄລຍະຍາວກໍ່ຍັງຄາດເດົາໄດ້ຍາກວ່າຈະເປັນໄປໃນທິດທາງໃດ ຄວາມຂັດແຍ່ງທາງດ້ານການທະຫານ ແລະ ການເມືອງຢູ່ພາກພື້ນ ແລະ ສາກົົນ ແມ່ນຍັງສືບຕໍ່ເຄັ່ງຮ້ອນ ນອກຈາກນີ້ ຍັງມີໄຟໄໝ້ປ່າ ພະຍາດລະບາດ ແລະ ບັນຫາອື່ນໆ ກໍຍັງຈະສືບຕໍ່ເປັນສິ່ງທ້າທາຍ ທີ່ຈະເປັນໄພຄຸກຄາມ ແລະ ສ້າງຜົນເສຍຫາຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫຼາຍປະເທດ ຈາກສະພາບຄືດັ່ງກ່າວ ເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ມີຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກ້ວາງຕື່ມ ເວົ້າລວມ ເວົ້າສະເພາະ ຕໍ່ການພັດທະນາເສດຖະ ກິດ-ສັງຄົມຂອງປະເທດເຮົາ ສະນັ້ນ ບັນດາຂະແໜງການກ່ຽວຂ້ອງ ຈະຕ້ອງ ໄດ້ພ້ອມກັນສືບຕໍ່ສຸມໃສ່ຄົ້ນ ຄວ້າບັນດາມາດຕະການ ແລະ ວິທີການ ໃນການປ້ອງກັນ ແລະ ແກ້ໄຂຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ພະນັກງານ-ລັດ ຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.