Sunday, June 1, 2025
Homeຂ່າວພາຍໃນກອງປະຊຸມພົບປະປຶກສາຫາລືວຽກງານປະຫວັດສາດກອງທັບ ລາວ-ຈີນ ຄັ້ງທີ 5

ກອງປະຊຸມພົບປະປຶກສາຫາລືວຽກງານປະຫວັດສາດກອງທັບ ລາວ-ຈີນ ຄັ້ງທີ 5

ວັນທີ 27 ພຶດສະພາ 2025 ກົມວິທະຍາສາດ-ປະຫວັດສາດ ການທະຫານ ແລະ ສະຖາບັນກົມວິທະຍາສາດ ການທະຫານ ສປ ຈີນ ໄດ້ຈັດກອງປະຊຸມປຶກສາຫາລືໂຄງການຄົ້ນຄວ້າວຽກງານຮ່ວມມືສອງກອງທັບ ລາວ-ຈີນ ຄັ້ງທີ 5, ຢູ່ທີ່ຫ້ອງປະຊຸມສະໂມສອນຫ້ອງວ່າການກະຊວງປ້ອງກັນກັນປະເທດ, ຝ່າຍລາວນຳໂດຍ ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ຝ່າຍຈີນນຳໂດຍ ສະຫາຍ ພັນເອກ ຈຽງ ຊຸນອີ້ ຫົວໜ້າພະແນກຄົ້ນຄວ້າແຜນການ-ວິທະຍາສາດສູນຄົ້ນຄວ້າວຽກງານການເມືອງສະຖາບັນວິທະຍາສາດ ການທະຫານກອງທັບປົດປ່ອຍ ປະຊາຊົນຈີນ ພ້ອມຄະນະຜູ້ແທນສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມທັງສອງຝ່າຍໄດ້ສະຫຼຸບຕີລາຄາຄວາມຄຶບໜ້າໃນການການຈັດຕັ້ງປະຕິບັດ ການຂຽນປະຫວັດສາດການຮ່ວມມືລະຫວ່າງສອງພັກ ສອງລັດ ແລະ ສອງກອງທັບ ລາວ-ຈີນ, ຈີນ-ລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດແຕ່ປີ 1945-2025, ໄລຍະຜ່ານມາໄດ້ລົງເກັບຂໍ້ມູນຢູ່ບັນດາອົງການ, ພະນັກງານປະຕິວັດອາວຸໂສທີ່ພົວພັນເຖິງປະຫວັດສາດການພົວພັນຮ່ວມມື ລາວ-ຈີນ, ບັນທຶກທ້ອນໂຮມເກັບກຳຂໍ້ມູນໄດ້ຈຳນວນໜຶ່ງ ແລະ ຍັງສືບຕໍ່ເກັບກຳຂໍ້ມູນທີ່ເປັນເອກະສານຢູ່ສຳນັກງານອົງການ, ຄົ້ນຄວ້າຂຽນພາກທີ 2, ພາກທີ 3 ໃຫ້ສຳເລັດໂດຍພື້ນຖານ ແລະ ໄດ້ຄົ້ນຄວ້າຂຽນຕື່ມຫົວຂໍ້ໜຶ່ງຢູ່ໃນພາກທີ 3 ເຊິ່ງມີເນື້ອໃນວ່າ: ການຮ່ວມມື ລາວ-ຈີນ ຂັ້ນທ້ອງຖິ່ນ, ເຊິ່ງມີບັນດາແຂວງຂອງ ສປປ ລາວ ທີ່ພົວພັນຮ່ວມມືກັບແຂວງຢຸນນານ, ແຂວງກວາງຊີ, ແຂວງຫູໜານ ສປ ຈີນ ລວມທັງໝົດ 3 ພາກມີ 120 ໜ້າ ແລະ ແປເນື້ອໃນເອກະສານພາກທີ 1, ພາກທີ 2, ພາກທີ 3, ຈາກພາສາລາວເປັນພາສາຈີນເພື່ອສົ່ງໃຫ້ຝ່າຍຈີນ ພ້ອມທັງໄດ້ກວດກາປຽບທຽບເນື້ອໃນບົດຮ່າງຂອງການຄົ້ນຄວ້າຫົວຂໍ້ທີ່ຂຽນສຳເລັດ.

ກອງປະຊຸມສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຄົ້ນຄວ້າປຽບທຽບ, ດັດແກ້ບົດຮ່າງປະຫວັດສາດການພົວພັນຮ່ວມມືສອງກອງທັບ ລາວ-ຈີນ ທີ່ຂຽນສຳເລັດຕາມແຜນການ, ສືບຕໍ່ປະຕິບັດຕາມບົດບັນທຶກວ່າດ້ວຍການຄົ້ນຄວ້າປະຫວັດສາດການເມືອງກອງທັບ ວິທະຍາຄານວິທະຍາສາດ ການທະຫານກອງທັບປົດປ່ອຍປະຊາຊົນຈີນ ກັບ ກົມວິທະຍາສາດ-ປະຫວັດສາດ ການທະຫານກອງທັບປະຊາຊົນລາວເຊິ່ງໄດ້ລົງນາມໃນວັນທີ 13 ກັນຍາ 2024, ໃນປີ 2026 ຈະສືບຕໍ່ປະຕິວັດການລົງເລິກຄົ້ນຄວ້າຫົວຂໍ້ຮ່ວມມືເກັບກໍາຮູບພາບປະຫວັດສາດການທະຫານ ທີ່ພົວພັນຮ່ວມມື ສອງປະເທດ ລາວ-ຈີນ.

ໂອກາດນີ້, ຄະນະສະຖາບັນຄົ້ນຄວ້າວິທະຍາສາດການທະຫານຈີນ ໄດ້ເຂົ້າຢ້ຽມຊົມຫໍພິພິຕະພັນປະຫວັດສາດກອງທັບ ປະຊາຊົນລາວ, ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ສະຖານທີສຳຄັນທາງປະຫວັດສາດຂອງລາວຈຳນວນໜຶ່ງ.

ໂດຍ: ນາງ ພອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments