Sunday, June 1, 2025
Homeຂ່າວພາຍໃນກົມໃຫຍ່ເສນາທິການກອງທັບ ສ້າງຂະບວນການປູກຕົ້ນໄມ້

ກົມໃຫຍ່ເສນາທິການກອງທັບ ສ້າງຂະບວນການປູກຕົ້ນໄມ້

ວັນທີ 28 ພຶດສະພາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ສ້າງຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2025, ໂດຍການນຳພາຂອງ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, ແຂກຖືກເຊີນ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ສະຫາຍ ພັນເອກ ສີສະຫງຽມ ອຸດົມ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນລາຍງານກຽ່ວກັບໂຄງການພັດທະນາດ້ານກະສິກຳ ຢູ່ສວນຫ້ວຍຊັນ ວ່າ: ສວນຫ້ວຍຊັນ ເປັນຊັບສົມບັດ ຂອງກົມໃຫ່ຍເສນາທິການກອງທັບ, ເປັນບ່ອນຈັດກິດຈະກຳ ປູກຕົ້ນໄມ້ ແລະ ປ່ອຍປາ ໃນແຕ່ລະປີ, ຕະຫລອດໄລຍະຫຼາຍປີທີ່ຜ່ານມາ ຄະນະນໍາກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ຄວາມສຳຄັນ ແລະ ຊີ້ນໍາຢ່າງໃກ້ຊິດ ເພື່ອແນໃສ່ປົກປັກຮັກສາທີ່ດິນ, ແຫຼ່ງນໍ້າ ແລະ ປ່າໄມ້ ເພື່ອຮັກສາສະພາບແວດລ້ອມ ໃຫ້ຍືນຍົງ ພ້ອມທັງ ລົງທຶນພັດທະນາພື້ນຖານໂຄງລ່າງ ແລະ ພັດທະນາດ້ານກະສິກຳ ເປັນມູນຄ່າມະຫາສານ ເຊິ່ງກໍໄດ້ຮັບຜົນເປັນທີ່ໜ້າພໍໃຈ. ແຕ່ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ເຫັນວ່າຍັງບໍ່ສາມາດຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການ ໂດຍສະເພາະແມ່ນການຜັນຂະຫຍາຍທິດນໍາໃນການ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຫຼື ໃນລະດັບພວກເຮົາ ກໍແມ່ນການຜະລິດແກ້ໄຂຊີວິດການເປັນຢູ່ ແລະ ຜະລິດເປັນສິນຄ້າ ຍັງບໍ່ສາມາດຕອບສະໜອງໄດ້ຢ່າງກ້ວາງຂວາງພຽງພໍ ກັບຄວາມຕ້ອງການ, ຈົນມາຮອດຕົ້ນປີ 2023 ຄະນະນໍາກົມໃຫຍ່ເສນາທິການ ໄດ້ຊີ້ນໍາໃຫ້ຫັນທິດການຜະລິດແບບທຳມະຊາດຄອງເດີມ ມາຜະລິດແບບມີການໄລ່ລຽງ, ຜະລິດເປັນສິນຄ້າ ສະນັ້ນ ຈຶ່ງເກີດໂຄງການຮ່ວມມືພັດທະນາກະສິກຳຄົບວົງຈອນ ລະຫວ່າງ ຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ ແລະ ບໍລິສັດ ສົມສະໜຸກຟາມ ເຊິ່ງໄດ້ມີໂຄງການຮ່ວມກັນລ້ຽງງົວ, ຄວາຍ, ໝູ, ປາບຶກ, ປູກໝາກກ້ວຍນໍ້າ, ປູກຫຍ້າ, ປູກໝາກພ້າວນໍ້າຫອມ ແລະ ຈະສ້າງບ່ອນນີ້ໃຫ້ເປັນສູນຮຽນຮູ້ດ້ານກະສິກຳ, ເປັນບ່ອນຜະລິດແນວພັນສັດ ສົ່ງໃຫ້ກົມກອງເອົາໄປລ້ຽງ ເພື່ອສະໜອງຊີ້ນເຂົ້າເຮືອນຄົວລວມ ແລະ ຂາຍຊີ້ນໃນລາຄາຫຼຸດທ້ອງຕະຫຼາດ ໃຫ້ກົມກອງ. ເຊິ່ງຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້, ປະກອບບມີ: ຕົ້ນໄມ້ດູ່ 1.000 ຕົ້ນ, ກ້ວຍນໍ້າ 500 ຂຸມ. ພ້ອມນັ້ນ ຍັງໄດ້ປ່ອຍປາ ຈຳນວນ 100.000 ໂຕ ຕື່ມອີກ.

ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວຕື່ມອີກວ່າ: ຈຸດປະສົ່ງໃນການປູກຕົ້ນໄມ້ໃນຄັ້ງນີ້, ເພື່ອສ້າງຂະບວນການໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ, ຊົມເຊີຍຜົນສໍາເລັດກອງປະຊຸມໃຫ່ຍ ຄັ້ງທີ VII ຂອງອົງຄະນະພັກກົມໃຫຍ່ເສນາທິການ ພ້ອມທັງ ຊຸກຍູ້ສົ່ງເສີມການຜະລິດກະສິກຳ ເປັນສິນຄ້າ ຕິດພັນກັບໂຄງການ ພັດທະນາສວນຫ້ວຍຊັນ ໃຫ້ເປັນ ຂະບວນການຟົດຟື້ນ ແລະ ເຮັດໃຫ້ສວນຫ້ວຍຊັນ ມີຄວາມອຸດົມສົມບູນໄປດ້ວຍຕົ້ນໄມ້ໃຫ້ໝາກ, ໃຫ້ຮົ່ມ ແລະ ກາຍເປັນຄ້າຍຄູສີຂຽວ ພ້ອມທັງ ເປັນການປຸກລະດົມ ໃຫ້ພະນັກງານ-ນັກຮົບ ທຸກພາກສ່ວນມີສ່ວນຮ່ວມໃນການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ທີ່ເສຍໄປຕ້ອງປູກທົດແທນຄືນໃໝ່ ເພື່ອປົກປັກຮັກສາປ່າໄມ້, ອານຸລັກສັດນ້ຳ, ສັດປ່າ ໃຫ້ມີຄວາມອຸດົມສົມບູນຂຶ້ນໄປເລື້ອຍໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments