ກອງປະຊຸມກະກຽມຄວາມພ້ອມໃຫ້ແກ່ການຄັດເລືອກ, ຮັບເອົາຄູອາສາທີ່ສອນຢູ່ເຂດຫາງໄກສອກຫຼີກເຂົ້າເປັນກຳລັງທະຫານໃໝ່ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ກົມ, ກອງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ເພັດສະຫວ່າງ ຫຼ້າວົງຄໍາ ຫົວໜ້າກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດລາຍງານການກະກຽມຄວາມພ້ອມ, ວິທີການ, ເງື່ອນໄຂ ແລະ ຂັ້ນຕອນຄັດເລືອກຄູອາສາເຂົ້າມາເປັນກຳລັງທະຫານໃໝ່ໃນໂກຕາຈຳນວນ 2.000 ຄົນ, ສຳລັບເງື່ອນໄຂຄູອາສາຜູ້ທີ່ຈະເຂົ້າເປັນກຳລັງປ້ອງກັນຊາດ ຕ້ອງເປັນຄົນລາວໂດຍກຳເນີດ, ມີໃບປະກາສະນີຍະບັດຮຽນຈົບວິຊາຄູ, ເຄີຍເປັນຄູອາສາມາແລ້ວ ແລະ ຜ່ານການສິດສອນຕົວຈິງມາກ່ອນ, ມີອາຍຸ18-40 ປີ (ຫຼື ອາດບໍ່ກຳນົດ), ມີສຸຂະພາບແຂງແຮງ, ລວງສູງ 148 ຊັງຕີແມັດ ຂຶ້ນໄປ (ຫຼືອາດບໍ່ມີກໍານົດ). ພາຍຫຼັງໄດ້ເຂົ້າສັງກັດຢູ່ໃນກຳລັງແລ້ວ ຈະໄດ້ຮັບນະໂຍບາຍຕ່າງໆ ຕາມລະບຽບການຂອງກອງທັບ. ຈາກນັ້ນ, ໃນກອງປະຊຸມ ດ້ພ້ອມກັນປຶກສາຫາລື ແລະ ປະກອບຄໍາຄິດເຫັນ ເພື່ອປັບປຸງແກ້ໄຂຂອດທີ່ຍັງບໍ່ທັນສອດຄ່ອງໃຫ້ເໝາະສົມ ເພື່ອຮັບປະກັນເຮັດໃຫ້ການດໍາເນີນງານໄດ້ຮັບໝາກຜົນອັນຈົບງາມ.
ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໃຫ້ແຕ່ລະພາກສ່ວນ ຍົກສູງຄວາມຮັບຜິດຊອບ, ກະກຽມຄວາມພ້ອມໃນທຸກດ້ານເຄື່ອນໄຫວຕາມພາລະບົດບາດຂອງຕົນ ເພື່ອຮັບປະກັນໃຫ້ແກ່ການດໍາເນີນງານໃນຄັ້ງນີ້ ໄປຕາມວາລະທີ່ໄດ້ກໍານົດໄວ້ ແລະ ມີຜົນສໍາເລັດຕາມຈຸດປະສົງ.
ໂດຍ: ຈິດ ເພັດພູທອງ