ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນຄັ້ງທີ 46 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ແລະ ທ່ານ ລໍເຣັສ ວອງ ນາຍົກລັດຖະມົນຕີ ສິງກະໂປ ໄດ້ເປັນສັກຂີພິຍານພິທີມອບ-ຮັບຂໍ້ຕົກລົງຮ່ວມມືການສົ່ງອອກໄຟຟ້າພະລັງງານທົດແທນ.
ຂ່າວລະບຸວ່າ: ເຫດການດັ່ງກ່າວໄດ້ສ້າງບາດກ້າວເລີ່ມຕົ້ນສຳຄັນໃນການຜັນຂະຫຍາຍການຮ່ວມມືສອງຝ່າຍ, ຢັ້ງຢືນຄຳໝັ້ນສັນຍາລວມເພື່ອແນໃສ່ຊຸກຍູ້ການຄ້າໄຟຟ້າສະອາດຂ້າມປະເທດ ແລະກໍແມ່ນຂີດໝາຍສຳຄັນສະແດງໃຫ້ເຫັນຄວາມຕັດສິນໃຈລວມໃນການຫັນວິໄສທັດກ່ຽວກັບຕ່າໜ່າງໄຟຟ້າອາຊຽນໃຫ້ປະກົດຜົນເປັນຈິງ ແລະ ເພີ່ມທະວີການເຊື່ອມຕໍ່ພະລັງງານໃນພາກພື້ນ ຕາມທິດຍືນຍົງ ແລະ ມີໄຫວພິບ.
ຂໍ້ຕົກລົງສາມຝ່າຍສ້າງຂີດໝາຍບາດກ້າວເດີນສຳຄັນໃນການພັດທະນາພື້ນຖານໂຄງລ່າງສີຂຽວຂ້າມຊາຍແດນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນພະລັງງານທົດແທນ ຂອງ ຫວຽດນາມ, ມຸ່ງໄປເຖິງການເປີດຮູບແບບການຮ່ວມມືພະລັງງານທົດແທນຂ້າມຊາຍແດນ ທີ່ອາດສາມາດເປີດກວ້າງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ຈາກນັ້ນ, ກໍນຳພາກພື້ນກາຍເປັນຮູບແບບທົ່ວໂລກກ່ຽວກັບວິທີການລຶບລ້າງ ກາກບອນ ແລະ ຫັນປ່ຽນພະລັງງານບົນພື້ນຖານການຮ່ວມມື. ນີ້ແມ່ນສິ່ງພິສູດໃຫ້ເຫັນຄວາມມານະພະຍາຍາມຊຸກຍູ້ວິວັດການເຊື່ອມຕໍ່ພະລັງງານໃນພາກພື້ນ ແລະ ຫັນການປະຕິບັດຕາໜ່າງໄຟຟ້າອາຊຽນໃຫ້ປະກົດຜົນເປັນຈິງ.