Sunday, June 1, 2025
Homeຂ່າວພາຍໃນສ້າງສະພາບແວດລ້ອມທີ່ດີ ເພື່ອການອ່ານແລະ ອະນາຄົດອັນສົດໃສ່ຂອງເດັກນ້ອຍໃນລາວ

ສ້າງສະພາບແວດລ້ອມທີ່ດີ ເພື່ອການອ່ານແລະ ອະນາຄົດອັນສົດໃສ່ຂອງເດັກນ້ອຍໃນລາວ

ປັດຈຸບັນ, ລັດຖະບານລາວ, ອົງການຈັດຕັ້ງສາກົນ ແລະ ພາກເອກະຊົນ ໄດ້ເອົາໃຈໃສ່ປັບປຸງ ແລະ ພັດທະນາລະບົບຫໍສະໝຸດໃຫ້ດີຂຶ້ນ ແນໃສ່ສ້າງສະພາບແວດລ້ອມທີ່ດີ ເພື່ອການອ່ານ ແລະ ອະນາຄົດອັນສົດໃສ່ຂອງເດັກນ້ອຍໃນລາວ ໂດຍໄດ້ຈັດກິດຈະກຳການສົ່ງເສີມການອ່ານຫລາຍຮູບແບບ ໃນຂອບເຂດທົ່ວປະເທດ ເພື່ອປູກຈິດສຳນຶກໃຫ້ເດັກນ້ອຍ ແລະ ຊາວໜຸ່ມ ເຫັນໄດ້ຄວາມສຳ ຄັນ, ມີຄວາມຜູກພັນໃນການອ່ານ ແລະ ສາມາດເຂົ້າເຖິງຫໍສະໝຸດ ໄດ້ທັງຢູ່ສູນກາງ ແລະ ທ້ອງຖິ່ນ.

ທ່ານ ນາງ ສຸລະພີ ວິລະວົງ ຫົວໜ້າຫ້ອງການ ສະມາຄົມຮ່ວມນໍ້າໃຈເດັກນ້ອຍລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 28 ພຶດສະພາ 2025 ນີ້ວ່າ: ສະມາຄົມຮ່ວມນໍ້າໃຈເດັກນ້ອຍລາວ ແມ່ນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ສ້າງຂຶ້ນໃນປີ 1982 ໂດຍໄດ້ດຳເນີນຫລາຍກິດຈະກຳ ເພື່ອແນ ໃສ່ຊຸກຍູ້ສົ່ງເສີມການສຶກສາແກ່ເດັກນ້ອຍໃນລາວ ອັນພົ້ນເດັ່ນແມ່ນໄດ້ຈັດພິມປຶ້ມ ທີ່ຂຽນໂດຍຄົນລາວ ເປັນພາສາລາວ ໃນຫລາຍຮູບແບບເຊັ່ນ: ປຶ້ມເລື່ອງປະກອບຮູບ, ນິທານພື້ນເມືອງ, ວັດຈະນານຸກົມປະກອບຮູບ ແລະ ລະຄອນເຈ້ຍ ເຊິ່ງປຶ້ມສ່ວນໃຫຍ່ແມ່ນເປັນປຶ້ມສຳລັບເດັກ. ມາຮອດປັດຈຸບັນສາ ມາດຈັດພິມປຶ້ມ ໄດ້ຫລາຍຫວ່າ 230 ເລື່ອງ, ຫລາຍກວ່າ 950.000 ຫົວ. ນອກນີ້, ຍັງໄດ້ສະໜັບສະໜູນການສ້າງຫ້ອງສະໝຸດໂຮງຮຽນ ພາຍໃຕ້ຊື່ “ຫ້ອງຮັກອ່ານ” ແລະ ສາມາດແຈກຢາຍປຶ້ມຕ່າງໆ ຫລາຍກວ່າ 3.000 ຊຸດ ໃນໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມທົ່ວປະເທດ. ທັງນີ້, ກໍເພື່ອເປັນການສົ່ງເສີມວຽກງານການສຶກສາ ໃຫ້ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບດີ ໂດຍສະເພາະແມ່ນສົ່ງ ເສີມໃຫ້ນັກສຶກສາ, ນ້ອງນ້ອຍນັກຮຽນ ແລະ ເຍົາວະຊົນລາວບັນດາເຜົ່າ ກ້າສະແດງຄວາມຮູ້, ຄວາມສາມາດທາງດ້ານການຄິດ, ການອ່ານ, ການແຕ້ມ ແລະ ພອນສະຫວັນໃນດ້ານຕ່າງໆ ໃນເວທີສຳຄັນທາງພາຍໃນ ແລະ ສາກົນ, ເປັນການປະກອບສ່ວນປຸກລະດົມທົ່ວສັງຄົມ ໃຫ້ມັກຄົ້ນຄວ້າ-ມັກການອ່ານ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຕົນເອງ. ເຖິງຢ່າງໃດກໍຕາມ, ວຽກງານຫໍສະໝຸດ ຍັງຜະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທ້າຍຫລາຍດ້ານທີ່ຈະຕ້ອງໄດ້ສຸມໃສ່ປັບປຸງແກ້ໄຂ ເປັນຕົ້ນ ດ້ານເຕັກນິກວິຊາການ, ບຸກຄະລາກອນ ແລະ ອື່ນໆ.

ສຳລັບນັກຮຽນ, ນັກສຶກສາ ແລະ ຜູ້ປົກຄອງທີ່ມັກຮັກໃນການອ່ານ ກໍສາມາດເຂົ້າໄປໃຊ້ບໍລິ ການຢູ່ສະມາຄົມຮ່ວມນໍ້າໃຈເດັກນ້ອຍລາວ ຢູ່ບ້ານສະພັງໝໍ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເບີໂທຕິດຕໍ່ 020 22400583 ເຊິ່ງຫ້ອງຮັກອ່ານ ໄດ້ຮວບຮວມປື້ມທີ່ຫລາກຫລາຍປະເພດ ເປັນຕົ້ນໜັງສືອ້າງອີງ, ປະຫວັດສາດ, ປະຫວັດບຸກຄົນ, ບົດວິໄຈ, ປັດຊະຍາ, ສາສະໜາ, ນິຍາຍເລື່ອງສັ້ນ, ນິຍາຍເລື່ອງຍາວ, ວັນນະກຳ, ວັນນະຄະດີ, ກາບກອນ, ປື້ມຄູ່ມືຕ່າງໆ, ວາລະສານ, ນິທານປະກອບຮູບ. ນອກຈາກນີ້, ຍັງມີປຶ້ມພາສາອັງກິດ, ພາສາໄທ ແລະ ພາສາຍີ່ປຸ່ນ ນຳອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments