ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບຮອບ 45 ປີນີ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງສະຫວັນນະເຂດຈະສ້າງຂະບວນການປູກຕົ້ນໄມ້ໃຫ້ໄດ້ 3.245 ເຮັກຕາ, ເບ້ຍໄມ້ 2 ລ້ານ 4 ແສນກວ່າເບ້ຍ, ໃນນັ້ນປະກອບມີໄມ້ດູ່, ໄມ້ຂະຍຸງ, ໄມ້ແຄນ, ໄມ້ແດງ ແລະ ໄມ້ອື່ນໆ ຫລາຍກວ່າ 20 ຊະນິດ.
ທ່ານ ສຸນັນທາ ຈຸນລະມະນີ ຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ແຂວງສະຫວັນນະເຂດໄດ້ໃຫ້ຮູ້ວ່າ: ເພື່ອເປັນການສ້າງຂະບວນການປູກຈິດສຳນຶກໃຫ້ປະຊາຊົນໃນການສົ່ງເສີມປູກໄມ້ ແລະ ຟື້ນຟູປ່າໃຫ້ເປັນຂະບວນກ້ວາງຂວາງ ແລະ ບັນລຸຕາມແຜນການທີ່ວາງໄວ້, ໂດຍປະຕິບັດຕາມແຈ້ງການຂອງເຈົ້າແຂວງສະຫວັນນະເຂດ ກໍ່ຄືກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ກ່ຽວກັບສ້າງຂະບວນການສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ທີ່ຈະມາເຖິງນີ້, ພະແນກກະສິກຳ ແລະ ປ່າໄມ້ແຂວງໄດ້ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງແຕ່ລະເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ກະກຽມເບ້ຍໄມ້ ເພື່ອປູກຕາມສະຖານທີ່ຕ່າງໆ ທີ່ໄດ້ກຳນົດໄວ້ໃຫ້ໄດ້ໃນເນື້ອທີ່ 3.245 ເຮັກຕາ, ເບ້ຍໄມ້ທີ່ກະກຽມປູກ 2 ລ້ານ 4 ແສນກວ່າເບ້ຍ, ໃນນັ້ນ ປະກອບມີ ໄມ້ດູ່, ໄມ້ຂະຍຸງ, ໄມ້ແຄນ, ໄມ້ແດງ ແລະ ໄມ້ອື່ນໆ ຫລາຍກວ່າ 20 ຊະນິດ. ໂດຍມອບໃຫ້ແຕ່ລະເມືອງໃນການກຳນົດຈັດສັນຕາມຄວາມສະດວກຂອງທ້ອງຖິ່ນ.