ຕາມຂ່າວຈາກໂກໂລມບີ ວັນທີ 26 ພືດສະພານີ້, ກອງທັບເຮືອໂກໂລມບີ ເດີນທາງກວດລ້າງຢາເສບຕິດ ໂດຍສາມາດກວດຍຶດ ໂຄເຄນ ມີນ້ຳໜັກລວມຫລາຍກວ່າ 6 ໂຕນ ຄິດເປັນມູນຄ່າຫລາຍກວ່າ 300 ລ້ານໂດລາສະຫະລັດ ຫລັງຈາກພົບເຮືອ ຕ້ອງສົງໄສຢູ່ນອກແຄມຝັ່ງຈັບກຸມຕົວລູກເຮືອໄດ້ 3 ຄົນ ແລະ ໂຄເຄນ ສ່ວນໜຶ່ງຖືກກວດພົບຢູ່ໃຕ້ດິນ. ປັດຈຸບັນ ເຈົ້າໜ້າທີ່ກ່ຽວຂ້ອງພວມສືບສວນສອບສວນເພື່ອຂະຫຍາຍຜົນຫາກຸ່ມຄົນທີ່ກ່ຽວຂ້ອງຕື່ມອີກ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ