ໃນວັນທີ 28 ພຶດສະພາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ຫົວໜ້າອົງການໄອຍະການສູງສູດ ສ ຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການ ຢູ່ ສປປ ລາວ ໃນລະຫວ່າງວັນທີ 27-29 ພຶດສະພາ 2025.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງ ຕໍ່ ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ເຊິ່ງການຢ້ຽມຢາມຂອງຄະນະຜູ້ແທນ ສ ຣັດເຊຍ ແມ່ນມີຄວາມໜາຍສໍາຄັນຍິ່ງ ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນມີມູນເຊື້ອ ແລະ ການຮ່ວມມືຫລາຍດ້ານ ລະຫ່ວາງສອງປະເທດ ລາວ ແລະ ຣັດເຊຍ ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດກົດໝາຍ ແລະ ຍຸຕິທໍາໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ຮູ້ຕື່ມວ່າ: ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ພ້ອມທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ສະຫະພັນຣັດເຊຍ ໃນທຸກຂົງເຂດ ທີ່ມີທ່າແຮງຮ່ວມກັນ, ບໍ່ວ່າຈະເປັນດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທໍາ, ການທ່ອງທ່ຽວ ແລະ ການຮ່ວມມືເວທີພາກພື້ນ ແລະ ສາກົນ. ພ້ອມທັງ ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ໄດ້ ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ສປປ ລາວ ຕະຫລອດມາ ໂດຍສະເພາະໃນການພັດທະນາຊັບ ພະຍາກອນມະນຸດ, ການຊ່ວຍເຫລືອດ້ານເຕັກນິກ-ການທະຫານ, ລວມທັງການຊ່ວຍເຫລືອເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ. ພ້ອມນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ອວຍພອນໃຫ້ທ່ານ ອິກໍ ວິກຕໍຣໍຈ ກຣາສນົບ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ ໃນການມາເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນອັນປະເສີດໄປຍັງ ທ່ານ ປະທານາທິບໍດີ ວາລາດີເມຍ ປູຕິນ ແລະ ບັນດາການນໍາຂັ້ນສູງຂອງ ສະຫະພັນຣັດເຊຍ ອີກດ້ວຍ.
ທ່ານ ອິກໍຣ ວິກຕໍຣໍຈ ກຣາສນົບ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ທອງລຸນ ສີສຸລິດ, ພ້ອມທັງ ແຈ້ງຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໃຫ້ທ່ານ ປະທານປະເທດ ຮັບຊາບ. ພ້ອມທັງ ລາຍງານ ສະພາບການຮ່ວມມື ແລະ ການເຄື່ອນໄຫວວຽກງານ ຂອງອົງການໄອຍະການ ຂອງສອງປະເທດ ຣັດເຊຍ-ລາວ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ, ສໍາຄັນ ແມ່ນການຜັດປ່ຽນ ຄະນະຜູ້ແທນຂັ້ນສູງໄປຢ້ຽມຢາມ ແລະ ແລກປ່ຽນບົດຮຽນຮ່ວມກັນ ແນໃສ່ການພັດທະນາຂົງເຂດວຽກງານໄອຍະການ ຂອງສອງປະເທດໃຫ້ເຂົ້າສູ່ລວງເລິກ.
ຂ່າວ-ພາບ: ອອປສ