Saturday, May 31, 2025
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີລາວ ແລະ ຫວຽດນາມ ພົບປະ ປຶກສາຫາລື-ຊຸກຍູ້ການພົວພັນຮ່ວມມື

ນາຍົກລັດຖະມົນຕີລາວ ແລະ ຫວຽດນາມ ພົບປະ ປຶກສາຫາລື-ຊຸກຍູ້ການພົວພັນຮ່ວມມື

ໃນຕອນບ່າຍວັນທີ 26 ພຶດສະພາ 2025, ທີ່ ກົວລາລໍາເປີ, ມາເລເຊຍ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ ແລະ ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາເຂົ້າສູ່ລວງເລິກ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນວັນທີ 26-27 ພຶດສະພາ 2025.

ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ພົບກັບ ສະຫາຍ ຟ້າມ ມິງ ຈິງ ອີກຄັ້ງໜຶ່ງ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຢູ່ມາເລເຊຍໃນຄັ້ງນີ້ ເຊິ່ງເປັນການສະແດງ ໃຫ້ເຫັນຄວາມສາມັກຄີຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ກໍຄື ສາຍພົວພັນແບບພິເສດ ລະຫວ່າງ ສອງປະເທດ ທີ່ມີໜຶ່ງ ບໍ່ມີສອງໃນໂລກນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການຈັດພິທີສະເຫລີມສະຫລອງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມຄວາມເປັນເອກະພາບທົ່ວປະເທດຫວຽດນາມ ຄົບຮອບ 50 ປີ ໃນວັນທີ 30 ເມສາ 2025 ທີ່ຜ່ານມາ ຢ່າງສົມກຽດ. ພ້ອມກັນນີ້, ສະຫາຍ ຟ້າມ ມິງ ຈິງ ໄດ້ສະແດງຄວາມຂອບໃຈມາຍັງການນຳພັກ, ລັດ ຂອງ ສປປ ລາວ ທີ່ໄດ້ເຂົ້າຮ່ວມພິທີສຳຄັນດັ່ງກ່າວ ແລະ ຍັງໄດ້ສົ່ງສານສະແດງຄວາມເຫັນໃຈ ແລະ ສົ່ງຄະນະຜູ້ແທນຂັ້ນສູງແຫ່ງ ສປປ ລາວ ເດີນທາງໄປ ສສ ຫວຽດນາມ ເພື່ອວາງພວງມາລາ ແລະ ໄວ້ອາໄລ ຕໍ່ການມໍລະນະກຳຂອງ ສະຫາຍ ເຈີນ ດຶກ ເລືອງ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ.

ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຮ່ວມມື ລະຫວ່າງ ສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວ ແລະ ຫລາຍໂຄງການຮ່ວມມືທີ່ສຳຄັນ ໄດ້ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ ເປັນຕົ້ນແມ່ນການສຳເລັດຈັດພິທີເປີດນຳໃຊ້ທ່າທຽບເລກ 3 ຂອງທ່າເຮືອຫວຸງອ່າງ ຂອງ ສປປ ລາວ ຢູ່ ສສ ຫວຽດນາມ ຢ່າງສົມກຽດ ໃນທ້າຍເດືອນເມສາຜ່ານມາ. ພ້ອມນີ້, ສອງຝ່າຍ ຍັງໄດ້ເຫັນດີຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ວັດທະນະທໍາ-ສັງຄົມ, ການສຶກສາ ແລະ ດ້ານອື່ນໆ ໃຫ້ສືບຕໍ່ຂະຫຍາຍຕົວເປັນກ້າວໆ, ພ້ອມທັງວາງທິດທາງໃນການຮ່ວມມືກັນໃນຕໍ່ໜ້າ ເພື່ອເຮັດໃຫ້ບັນດາໂຄງການຕ່າງໆ ທີ່ການນຳຂັ້ນສູງຂອງພັກ-ລັດ ໄດ້ເຫັນດີຮ່ວມກັນ ໃຫ້ໄດ້ຮັບການຈັດຕັ້ງຢ່າງມີຜົນຄືບໜ້າ ແລະ ເປັນຮູບປະທຳຍິ່ງໆຂື້ນກວ່າເກົ່າ ເປັນຕົ້ນແມ່ນໂຄງການທີ່ກ່ຽວຂ້ອງກັບການເຊື່ອມໂຍງທາງດ້ານພື້ນຖານເສດຖະກິດຂອງສອງປະເທດ ໂດຍຜ່ານການເຊື່ອມໂຍງທາງດ້ານຄົມມະນາຄົມ, ການເຊື່ອມໂຍງທາງດ້ານພະລັງງານ ແລະ ອື່ນໆ.

ສອງຝ່າຍ ຍັງໄດ້ຕີລາຄາວ່າ ເຖິງການພົບປະຄັ້ງນີ້, ຈະໃຊ້ເວລາສັ້ນ ແຕ່ກໍມີເນື້ອໃນສົມບູນ ແລະ ເປັນການສະແດງໃຫ້ເຫັນເຖິງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ແລະ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂອງສອງປະເທດ ນຳເອົາຜົນການພົບປະຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments