Home ຂ່າວຕ່າງປະເທດ OpenAI ກຽມເປີດຫ້ອງການ ໃນ ສ ເກົາຫຼີ

OpenAI ກຽມເປີດຫ້ອງການ ໃນ ສ ເກົາຫຼີ

0
5

ຂ່າວຕ່າງປະເທດລາຍງານວ່າ: OpenAI (AI), ບໍລິສັດຜູ້ສ້າງ ChatGPT ເປີດເຜີຍໃນວັນທີ 26 ພຶດສະພາ ຜ່ານມາວ່າ: ໄດ້ສ້າງຕັ້ງນິຕິບຸກຄົນໃນ ສ ເກົາຫຼີ ແລ້ວ ເພື່ອຊຸກຍູ້ການນຳເຕັກໂນໂລຊີປັນຍາປະດິດ (AI) ມາໃຊ້, ໂດຍມີແຜນທີ່ຈະເປີດຫ້ອງການໃນນະຄອນຫຼວງເຊອູນໃນສອງສາມເດືອນຂ້າງໜ້າ ແລະ ປັດຈຸບັນກຳລັງຮັບສະໝັກພະນັກ ງານເພື່ອກວດກາການຮ່ວມມືກັບບັນດາບໍລິສັດ ແລະ ອົງການລັດ.

ທ່ານ ເຈສັນ ຄວອນ ຫົວໜ້າຍຸດທະສາດ ຂອງ OpenAI ກ່າວໃນຖະແຫຼງການວ່າ: Ecosystem AI ທີ່ສົມບູນແບບເຮັດໃຫ້ ສ ເກົາຫຼີ ເປັນໜຶ່ງໃນຕະຫຼາດທີ່ໜ້າສົນໃຈທີ່ສຸດສໍາລັບ AI ທີ່ມີອິດທິພົນທົ່ວໂລກ ຕັ້ງແຕ່ຊິລິຄອນ ໄປຈົນເຖິງຊັອຟແວ, ຕັ້ງນັກຮຽນຈົນເຖິງຜູ້ອາຍຸສູງ, ໂດຍທ່ານ ເຈສັນ ຄວອນ ກໍາລັງເດີນທາງໄປທົ່ວອາຊີໃນອາທິດນີ້ເພື່ອພົບປະກັບເຈົ້າໜ້າທີ່ລັດ ແລະ ຄູ່ຮ່ວມງານອຸດສາຫະກໍາ ເພື່ອປຶກສາຫາລືກ່ຽວກັບໂຄງສ້າງພື້ນຖານດ້ານ AI ແລະ ການໃຊ້ຊັອຟແວຂອງ OpenAI.

ທັງນີ້, ສ ເກົາຫຼີ ມີຈໍານວນຜູ້ໃຊ້ ChatGPT ທີ່ຈ່າຍເງິນຫຼາຍທີ່ສຸດຢູ່ນອກ ສະຫະລັດ ອາເມຣິກາ ແລະ ຈະເປັນທີ່ຕັ້ງຂອງບໍລິສັດແຫ່ງທີສາມໃນອາຊີ, ຕໍ່ຈາກຍີ່ປຸ່ນ ແລະ ສິງກະໂປ. ປັດຈຸບັນ, ບໍລິສັດມີພະນັກງານເກືອບ 40 ຄົນໃນຍີ່ປຸ່ນ ແລະ ອີກ 20 ຄົນໃນສິງກະໂປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here