ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 26 ພຶດສະພາ ຢູ່ນະຄອນຫລວງກົວລາລໍາເປີຂອງມາເລເຊຍ, ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກໍາປູເຈຍ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັນເນື່ອງໃນໂອກາດຢ້ຽມຢາມມາເລເຊຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ.

ໃນໂອກາດນີ້ ທັງສາມຝ່າຍ ໄດ້ຕົກລົງເຫັນດີ ຕີລາຄາ ຫລາຍກົນໄກ ຮ່ວມມື ສອງຝ່າຍ ແລະ ລະຫວ່າງ ສາມຝ່າຍ ສສ ຫວຽດນາມ-ກຳປູເຈຍ-ສປປ ລາວ ໄດ້ ແລະ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ, ພົ້ນເດັ່ນແມ່ນການພົບປະ ລະຫວ່າງ ລັດຖະມົນຕີກະຊວງ ປ້ອງກັນປະເທດ, ລັດຖະມົນຕີກະຊວງຕຳຫລວດ/ກະຊວງພາຍໃນ ແລະ ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງສາມປະເທດ; ເຫັນດີໂດຍຖືວ່າຄວາມໄວ້ເນື້ອເຊື່ອໃຈ, ການແບ່ງປັນຍຸດທະສາດຈະແມ່ນພື້ນຖານ ໃຫ້ແກ່ການຮ່ວມມືແບບຍືນຍົງຍາວນານໃນບັນດາຂົງເຂດ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການເຊື່ອມຕໍ່ ລະຫວ່າງ ສອງປະເທດ, ສາມປະເທດ ກ່ຽວກັບດ້ານເສດຖະກິດ, ການຄ້າ, ການເງິນ, ການສຶກສາ, ວັດທະນະທຳ, ພົວພັນແລກປ່ຽນປະຊາຊົນ.

ນອກນີ້ທັງສາມຝ່າຍຍັງເຫັນດີຊຸກຍູ້ການຜັນຂະຫຍາຍການຮ່ວມມືພັດທະນາເຂດຊາຍແດນ; ສົມທົບກັນຄົ້ນຄວ້າສ້າງຕັ້ງບັນດາເຂດເສດຖະກິດຂ້າມຊາຍແດນ, ສຳຫລວດກວດຄືນ ປັບປຸງບັນດາຂໍ້ຕົກລົງ ເພື່ອແນໃສ່ສ້າງກອບນິຕິທຳທີ່ສະດວກເພື່ອພະຍາຍາມຍົກວົງເງິນການຄ້າ ລະຫວ່າງ ສສ ຫວຽດນາມ-ສປປ ລາວ ຂຶ້ນເປັນ 5 ຕື້ໂດລາສະຫະລັດ ແລະ ສສ ຫວຽດນາມ-ກຳປູເຈຍ ຂຶ້ນເປັນ 20 ຕື້ໂດລາສະຫະລັດ; ຊຸກຍູ້ຂໍ້ລິເລີ່ມ “3 ປະເທດ, ຈຸດນັດພົບດຽວ” ແລະ ສົມທົບກັບ ໄທ ຜັນຂະຫຍາຍ ບັນດາໂຄງການເຊື່ອມຕໍ່ ຄົມມະນາຄົມຂົນສົ່ງລະຫວ່າງສີ່ປະເທດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ