ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 26 ພຶດສະພານີ້ ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ເຟີດີນານ ມາຄໍສ (Ferdinand Marcos Jr) ປະທານາທິບໍດີ ຟີລິບປິນ ໄດ້ພົບປະກັນ ແລະ ຕີລາຄາສູງບັນດາຄວາມຄືບໜ້າທີ່ດີໃນການພົວພັນ ລະຫວ່າງ ຟີລິບປິນ ແລະ ສສ ຫວຽດນາມ; ໂດຍຖືວ່າສອງຝ່າຍມີຄວາມສາມາດບົ່ມຊ້ອນ ຫລາຍຢ່າງໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະສິກຳ, ການສົ່ງອອກ ເຂົ້າສານ, ພະລັງງານທົດແທນ. ຈາກນັ້ນ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສະເໜີ ໃຫ້ສອງຝ່າຍ ຕັ້ງໜ້າ ຊຸກຍູ້ ບາງເນື້ອໃນ ຮ່ວມມື ຈຸດສຸມ ໃນໄລຍະ ຈະມາເຖິງ, ໃນນັ້ນ ໃຫ້ບຸລິມະສິດສູງ ແກ່ບັນດາ ການເຄື່ອນໄຫວ ແລກປ່ຽນ ຄະນະ ຜູ້ແທນ ຂັ້ນສູງ ແລະ ທຸກຂັ້ນ; ອຳນວຍ ຄວາມສະດວກ ໃນການແລກປ່ຽນການຄ້າ, ສູ້ຊົນ ຍົກວົງເງິນ ການຄ້າ ສອງຝ່າຍ ໃຫ້ບັນລຸ 10 ຕື້ໂດລາສະຫະລັດ ໂດຍໄວ; ເພີ່ມທະວີ ການຮ່ວມມື ເພື່ອຮັບປະກັນ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ, ຕ້ານການປ່ຽນແປງ ຂອງດິນຟ້າອາກາດ. ນອກຈາກນັ້ນແລ້ວ, ການນຳສອງປະ ເທດ ກໍໄດ້ແລກປ່ຽນ ກ່ຽວກັບ ບັນດາ ບັນຫາ ສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍ ຕ່າງມີຄວາມສົນໃຈ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ