Tuesday, June 3, 2025
Homeຂ່າວພາຍໃນຢາສູບມີຜົນຕໍ່ແມ່ຍິງຖືພາ ແລະ ລູກໃນທ້ອງແນວໃດ? (ເນື່ອງໃນໂອກາດວັນງົດສູບຢາແຫ່ງຊາດ 31 ພຶດສະພາ 2025)

ຢາສູບມີຜົນຕໍ່ແມ່ຍິງຖືພາ ແລະ ລູກໃນທ້ອງແນວໃດ? (ເນື່ອງໃນໂອກາດວັນງົດສູບຢາແຫ່ງຊາດ 31 ພຶດສະພາ 2025)

ຜູ້ຍິງຖືພາທີ່ສູບຢາມີໂອກາດລຸລູກ, ເກີດລູກກ່ອນກໍານົດ, ລູກຕາຍໃນຂະນະເກີດ, ເດັກເກີດໃໝ່ມີນໍ້າໜັກຕໍ່າກວ່າປົກກະຕິຫຼາຍກວ່າຜູ້ຍິງຖືພາບໍ່ສູບຢາ.

ແມ່ຍິງຖືພາສູບຢາ ເວລາເກີດລູກຈະມີຄວາມສ່ຽງສູງ ເຮັດໃຫ້ເດັກນ້ອຍເສຍຊີວິດຕອນເກີດ ຫຼາຍກວ່າຜູ້ຍິງບໍ່ສູບຢາ. ສາເຫດກໍຍ້ອນວ່າ: ນິໂກຕີນເຮັດໃຫ້ເສັ້ນເລືອດບໍລິເວນແຫ່ຫົດໂຕ ແລະ ກາສກາກບອນນໍນອກໄຊ ເຮັດໃຫ້ເລືອດໄປລ້ຽງເດັກໃນທ້ອງໄດ້ຮັບອອກຊີເຢັນໜ້ອຍລົງ ເຮັດໃຫ້ເດັກໄດ້ຮັບທັງເລືອດ ແລະ ອອກຊີເຈນໜ້ອຍກວ່າປົກກະຕິ ແລະ ຈະມີຜົນຕໍ່ລະບົບຄວາມຄິດທີ່ອ່ອນແອ ທັງມີໂອກາດເປັນພະຍາດຊໍ້າເຮື້ອສູງອີກດ້ວຍ.

ຜົນການຕິດຕາມໃນໄລຍະຍາວ ຍັງພົບວ່າ: ເດັກເກີດໃໝ່ໃນແມ່ຍິງທີ່ສູບຢາ ເມື່ອເຕີບໂຕເປັນຜູ້ໃຫ່ຍຈະມີໂອກາດເປັນປອດຊໍ້າເຮື້ອຊະນິດຕ່າງໆ ຫຼາຍກວ່າເດັກທີ່ເກີດຈາກແມ່ຜູ້ບໍ່ສູບຢາ. ຢາສູບຍັງມີຜົນກະທົບຕໍ່ລະບົບສືບພັນນໍາອີກດ້ວຍ.

ຜູ້ຍິງສູບຢາຈະມີລູກຍາກ ແລະ ຈະໝົດປະຈໍາເດືອນໄວກວ່າຜູ້ຍິງບໍ່ສູບຢາປະມານ 2 ປີ.ນອກຈາກນັ້ນຜູ້ຍິງທີ່ສູບຢາຮ່າງກາຍຈະແກ່ກ່ອນໄວ ກວ່າຜູ້ຍິງບໍ່ສູບຢາ 10 ປີ.

ນອກຈາກນັ້ນ, ຄວັນຢາສູບຍັງມີຜົນກະທົບຕໍ່ເດັກ (ເດັກທີ່ຍັງນ້ອຍຫຼາຍ) ຈາກສະຖິຕິພົບວ່າ: ເດັກຢູ່ເຮືອນທີ່ມີຜູ້ໃຫ່ຍສູບຢາ, ຈະກວດພົບສານທີ່ເກີດຈາກການເຜົ້າໄໝ້ຂອງນິໂກຕິນ ແລະ ສານກໍ່ໃຫ້ເກີດມະເຮັງໃນນໍ້າລາຍ ແລະ ຍ່ຽວໄດ້. ເດັກນ້ອຍເຫຼົ່ານີ້, ຈະມີໂອກາດເປັນພະຍາດລະບົບຫາຍໃຈເຊັ່ນ: ເປັນຫວັດ, ອັກເສບຕ່ອມອາມີດານ, ຫູສ່ວນກາງອັກເສບ, ຫຼອດລົມອັກເສບ ແລະ ປອດບວມຫຼາຍກວ່າເດັກທີ່ຢູ່ໃນເຮືອນບໍ່ມີຜູ້ໃຫຍ່ສູບຢາເຖິງ 2 ເທົ່າ, ການຕິດເຊື້ອຂອງລະບົບຫາຍໃຈຈະເປັນຊໍາເຮື້ອ ເມື່ອເປັນແລ້ວການປິ່ນປົວຈະຫາຍຂາດຍາກ.

ສະຖາບັນປົກປັກຮັກສາສິ່ງແວດລ້ອມຂອງ ສະຫະລັດ ອາເມລິກາ ປະເມີນວ່າ: ສະເພາະໃນສະຫະລັດ ອາເມຣິກາ ມີເດັກນ້ອຍທີ່ເປັນພະຍາດຈາກການໄດ້ຮັບ ຄວັນຢາສູບ ປີລະ 150,000 -300,000 ຄົນ. ຜົນກະທົບໄລຍະຍາວຍັງຄົ້ນພົບວ່າ: ເດັກນ້ອຍທີ່ໄດ້ຮັບຄວັນຢາສູບ ຈະມີພັດທະນາການຂອງປອດນ້ອຍກວ່າເດັກທີ່ບໍ່ໄດ້ຮັບຄວັນຢາສູບ. ນອກຈາກນີ້, ຍັງພົບວ່າ: ເດັນນ້ອຍທີ່ໄດ້ຮັບຄວັນຢາສູບເມື່ອເຕີບໂຕເປັນຜູ້ໃຫຍ່ຈະມີໂອກາດເປັນພະຍາດປອດຊໍ້າເຮື້ອຊະນິດຕ່າງໆ.

ຜົນການສໍາຫຼວດການສູບຢາໃນປະເທດເຮົາ ໃນຫຼາຍສິບປີຜ່ານມາ ພົບວ່າ: ຄົນລາວເຮົາຍັງໄດ້ຮັບຄວັນຢາສູບໃນເຮືອນເຖິງ 75%.

(ຄັດດຈາດປຶ້ມຖາມ-ຕອບ ຜູ້ສູບຢາ – ບໍ່ສູບຢາຄວນຮູ້)

ຮຽບຮຽງ: ຕະວິນຍານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments