ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 26 ພຶດສະພານີ້, ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 46 ໄດ້ໄຂຂຶ້ນ ຢ່າງເປັນທາງການ ຢູ່ນະຄອນຫລວງ ກົວລາລຳເປີ ຂອງມາເລເຊຍ. ໃນຖານະເປັນ ປະເທດ ປະທານ ໝູນວຽນ ຂອງກອງປະຊຸມ ສຸດຍອດ ອາຊຽນ ໃນປີນີ້, ມາເລເຊຍ ໄດ້ສະເໜີ ຫົວຂໍ້ ກອງປະຊຸມຄື: “ກວມລວມ ແລະ ຍືນຍົງ”. ອີງຕາມ ວາລະ, ກອງປະຊຸມສຸດຍອດຄັ້ງນີ້ ຈະສຸມໃສ່ ການປຶກສາຫາລື ຫົວຂໍ້ຕ່າງໆ ເຊັ່ນ: ວິໄສທັດ ຂອງປະຊາຄົມອາຊຽນ, ການເຂົ້າເປັນ ປະເທດ ສະມາຊິກ ອາຊຽນ ຢ່າງເປັນທາງການ ຂອງຕີມໍເລສເຕ, ສະຖານະການໃນມຽນມາ ແລະ ອື່ນໆ, ພ້ອມທັງຈະເອົາໃຈໃສ່ ສິ່ງທ້າທາຍ ໃນຂົງເຂດຕ່າງໆ ເຊັ່ນ: ການພັດທະນາ ຕາມທິດສີຂຽວ, ການຫັນເປັນ ແບບດີຈີຕອນ ແລະ ອື່ນໆ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ