Tuesday, June 3, 2025
Homeຂ່າວຕ່າງປະເທດປະລິມານການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນ ບັນລຸ ຫລາຍກວ່າ 60 ລ້ານໂຕນ

ປະລິມານການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນ ບັນລຸ ຫລາຍກວ່າ 60 ລ້ານໂຕນ

ວິທະຍຸສາກົນແຫ່ງ ສປ ຈີນ, ກຸ່ມບໍລິສັດ ທາງລົດໄຟຈີນ ຈຳກັດ ສາຂາຄຸນໝິງແຈ້ງ ໃຫ້ຮູ້ວ່າ: ນັບແຕ່ ເສັ້ນທາງລົດໄຟ ລາວ-ຈີນ ເປີດບໍລິການຢ່າງ ເປັນທາງການ ເປັນຕົ້ນມາ, ການຂົນສົ່ງສິນຄ້າມີທ່າອ່ຽງເຕີບໂຕຢ່າງແຂງແຮງ, ນັບມາຮອດ ວັນທີ 22 ພຶດສະພານີ້, ປະລິມານ ການຂົນສົ່ງ ສິນຄ້າ ບັນລຸ ຫລາຍກວ່າ 60.000.000 ໂຕນ ແລະ ການຂົນສົ່ງສິນຄ້າ ຂ້າມຊາດ ບັນລຸ ຫລາຍກວ່າ 13.900.000 ໂຕນ.ນັບແຕ່ຕົ້ນປີນີ້ ຮອດເດືອນພຶດສະພານີ້, ປະລິມານການຂົນສົ່ງ ສິນຄ້າ ຜ່ານເສັ້ນທາງ ລົດໄຟລາວ-ຈີນ ບັນລຸ ຫລາຍກວ່າ 9.900.000 ໂຕນ, ໃນນັ້ນ, ການຂົນສົ່ງສິນຄ້າ ຂ້າມຊາດ ຫລາຍກວ່າ 2.300.000 ໂຕນ. ຜັກ ແລະ ໝາກໄມ້ ຢູ່ເຂດພູມອາກາດອົບອຸ່ນ ທີ່ຜະລິດຈາກແຂວງຢຸນນານຈີນ ເຊັ່ນ: ຜັກ, ມັນຝຣັ່ງ ແລະ ໝາກແອັບເປິ້ນ ເປັນຕົ້ນ ໄດ້ຮັບຄວາມນິຍົມ ສູງຈາກປະຊາຊົນລາວ, ໄທ ແລະ ປະຊາຊົນ ໃນປະເທດ ອາຊີ ອາຄະເນ. ປະເພດ ແລະ ຈຳນວນ ການສົ່ງອອກ ສິນຄ້າມີທ່າອ່ຽງ ນັບມື້ ນັບເພີ່ມຂຶ້ນ. ປັດຈຸບັນ, ສິນຄ້າ ທີ່ຖືກຂົນສົ່ງ ຂ້າມຊາດ ມີຫລາຍກວ່າ 3.000 ຊະນິດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments