Tuesday, June 3, 2025
Homeຂ່າວຕ່າງປະເທດສສ ຫວຽດນາມ-ມາເລເຊຍ ມີວົງເງິນການຄ້າເຕີບໂຕ 14ຕື້ກວ່າໂດລາສະຫະລັດ

ສສ ຫວຽດນາມ-ມາເລເຊຍ ມີວົງເງິນການຄ້າເຕີບໂຕ 14ຕື້ກວ່າໂດລາສະຫະລັດ

ວິທະຍຸກະຈາຍສຽງຫວຽດນາມ, ໃນທົດສະວັດ ຜ່ານມາ, ວົງເງິນ ການຄ້າ ລະຫວ່າງ ສສ ຫວຽດນາມ ແລະ ມາເລເຊຍ ໄດ້ມີບາດກ້າວເຕີບໂຕຫລາຍພໍສົມຄວນ, ຈາກລະດັບ 8 ຕື້ ໂດລາສະຫະລັດ ໃນປີ 2015 ເພີ່ມຂຶ້ນເປັນ 14,2 ຕື້ໂດລາສະຫະລັດໃນປີ 2024, ຜ່ານນັ້ນບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 18 ຕື້ໂດລາສະຫະລັດ ສູງກວ່າການຄາດຄະເນ. ການພົວພັນຍຸດທະສາດ ລະຫວ່າງສອງປະເທດ ໝັ້ນໝາຍຈະມີບາດກ້າວພັດທະນາແບບຍືນຍົງກວ່າໃນອະນາຄົດ ນີ້ແມ່ນຂໍ້ມູນຈາກ ທ່ານ ເລຝູເກື່ອງ ທີ່ປຶກສາດ້ານການຄ້າຫວຽດນາມ ປະຈຳມາເລເຊຍ ເຜີຍໃຫ້ຮູ້ໃນການຕອບສຳພາດນັກຂ່າວ ສຳນັກຂ່າວສານຫວຽດນາມ ກ່ອນການຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນຄັ້ງນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments