Friday, June 6, 2025
Homeຂ່າວໜ້າໜຶ່ງເລຂາທິການໃຫຍ່ ເນັ້ນໃຫ້ລັດຖະບານ ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ ຕິດພັນບັນຫາຫຍໍ້ທໍ້ໃນສັງຄົມ

ເລຂາທິການໃຫຍ່ ເນັ້ນໃຫ້ລັດຖະບານ ສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ ຕິດພັນບັນຫາຫຍໍ້ທໍ້ໃນສັງຄົມ

ປັດຈຸບັນ, ຄະນະບໍລິຫານງານສູນກາງພັກ ຍັງມີຄວາມເປັນຫ່ວງເປັນໄຍ ຕໍ່ສະພາບຄວາມເຄັ່ງຮ້ອນ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະບັນຫາເງິນເຟີ້, ການເໜັງຕິງຂອງອັດຕາແລກປ່ຽນ, ຄ່າຄອງຊີບ-ລາຄາສິນຄ້າ, ບັນຫາຫຍໍ້ທໍ້ໃນສັງຄົມ ແລະ ອື່ນໆ ທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ໂດຍໄດ້ສະ ເໜີໃຫ້ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ຕ້ອງສືບຕໍ່ສຸມໃສ່ແກ້ໄຂບັນຫາດັ່ງກ່າວ ໃຫ້ຕົກໄປເປັນກ້າວໆ.

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເນັ້ນໃນກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ຈັດຂຶ້ນໃນທ້າຍອາທິດຜ່ານມາ ໂດຍໃຫ້ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ສືບຕໍ່ຊີ້ນໍາການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ ຕິດພັນກັບບັນຫາຫຍໍ້ທໍ້ໃນສັງຄົມ ໃຫ້ໄວ, ໃຫ້ທ່ວງທັນກັບສະພາບການ ໂດຍສະເພາະການແກ້ໄຂບັນຫາປາກທ້ອງຂອງປະຊາຊົນ, ການຂະຫຍາຍການຜະລິດເປັນສິນຄ້າ, ທັງມອບໃຫ້ລັດຖະບານ ເອົາໃຈໃສ່ຊີ້ ນໍາການວາງມາດຕະການຕ້ານແລ້ງ-ຕ້ານຖ້ວມ, ການລະບາດຂອງພະຍາດ ກໍຄື ການຮັບມືກັບໄພພິ ບັດຕ່າງໆ, ລວມເຖິງບັນຫາອັກຄີໄພ ທີ່ເຫັນວ່າ ເກີດຂຶ້ນຢ່າງຕໍ່ເນື່ອງ.

ພ້ອມນີ້, ສະຫາຍຍັງໄດ້ເນັ້ນໃຫ້ເອົາໃຈໃສ່ຊີ້ນໍາ ການຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ຕາມແຜນພັດທະນາຂອງເມືອງ ແລະ ຂອງຕາແສງ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໂດຍຄະນະພັກທຸກຂັ້ນ ຕ້ອງຖືເອົາວຽກງານນີ້ ເປັນ ຄວາມຮັບຜິດຊອບໂດຍກົງຂອງຕົນ, ສຸມໃສ່ເຂດພູດອຍຫ່າງໄກສອກຫລີກ ແລະ ຈຸດຫລໍ່ແຫລມຕ່າງໆ, ຈັດສັນງົບປະມານ ເພື່ອສ້າງ ແລະ ປັບປຸງໂຄງລ່າງພື້ນຖານ, ເສີມກໍາລັງ ແລະ ປັບປຸງສອງກໍາລັງໃຫ້ເຂັ້ມແຂງ, ໜັກແໜ້ນ ເຊິ່ງເປັນວຽກທີ່ຕ້ອງເຮັດເປັນປະຈໍາ ແລະ ຕໍ່ເນື່ອງ; ໃຫ້ສືບຕໍ່ນໍາພາຊີ້ນໍາ ການປັບປຸງກົງຈັກການຈັດຕັ້ງ ຂອງກະຊວງ, ອົງການ ແລະ ຂະແໜງການສາຍຕັ້ງ ຢູ່ທ້ອງຖິ່ນ ໃຫ້ຖືກຕ້ອງຕາມທິດຊີ້ນໍາ, ມີຜົນສໍາເລັດ ແລະ ທັນຕາມກໍານົດເວລາທີ່ວາງໄວ້. ພ້ອມກັນນັ້ນ, ກໍຮີບຮ້ອນສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ໃນການຈັດຕັ້ງຕາແສງ ໃນຂອບເຂດທົ່ວປະເທດ ໂດຍໃຫ້ມີແຜນກໍານົດສ້າງຕັ້ງ ຕິດພັນກັບແຜນຄົນ, ແຜນວຽກ (ຂະແໜງການ) ແລະ ແຜນງົບປະ ມານ.

ພ້ອມກັນນີ້, ໃຫ້ສືບຕໍ່ຊີ້ນຳການຍູ້ຂະບວນການ ກະກຽມກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ໃຫ້ເປັນຂະບວນການກວ້າງຂວາງ, ນໍາເອົາບັນດາເອກະສານກອງປະຊຸມໃຫຍ່ ໄປຈັດຕັ້ງສຳມະນາ, ຄົ້ນຄວ້າ ບັນຫາທີ່ຍັງບໍ່ທັນແຈ້ງ, ສືບຕໍ່ທາບທາມຄໍາເຫັນ ໃຫ້ກວ້າງຂວາງ ແລະ ເຂົ້າລວງເລິກຕື່ມ; ໃຫ້ກະກຽມການດໍາເນີນຊີວິດການເມືອງ ທ້າຍສະໄໝ ຂອງຄະນະບໍລິຫານງານພັກ ກະຊວງ, ອົງການ, ນະຄອນຫລວງ, ແຂວງ ແລະ ຄະນະບໍລິຫານງານສູນກາງພັກ ສະໄໝທີ 11 ຕິດພັນກັບການກະກຽມບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ຕາມຫລັກການ, ຂັ້ນຕອນ, ລະບຽບການ ຢ່າງຮັດກຸມ ແລະ ເຂັ້ມງວດ.

ຂໍ້ມູນ-ພາບ: ຫ້ອງວ່າການສູນກາງພັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments