Home ຂ່າວໜ້າໜຶ່ງ ລາວ ແລະ ບາເຣນ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

ລາວ ແລະ ບາເຣນ ປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

0
24

ໃນວັນທີ 25 ພຶດສະພາ 2025 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ Abdullatif bin Rashid Alzayani ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກບາເຣນ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະພາການຮ່ວມມືເຂດອ່າວ(ຈີຊີຊີ), ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-27 ພຶດສະພາ 2025 ທີ່ ກົວລາລໍາເປີ, ປະເທດມາເລເຊຍ.

ການພົບປະຄັ້ງນີ້, ສອງຝ່າຍໄດ້ສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນເປັນຄັ້ງທໍາອິດ, ໄດ້ຕີລາຄາສູງການພົວພັນຮ່ວມມືອັນດີລະຫວ່າງ ສອງປະເທດ ຕະຫລອດໄລຍະ 23 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດຮ່ວມກັນ, ພ້ອມທັງວາງທິດທາງການຮ່ວມມືໃນຕໍ່ໜ້າ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ບາເຣນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ໂດຍສະເພາະແມ່ນດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ ທີ່ມີທ່າແຮງ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາກພື້ນ ແລະ ສາກົນ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here