Sunday, June 8, 2025
Homeຂ່າວໜ້າໜຶ່ງການນຳກະຊວງ ຖວທ ວາງພວງມາລາ-ເຊັນປື້ມໄວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ເຈິນ ດຶກ ເລືອງ

ການນຳກະຊວງ ຖວທ ວາງພວງມາລາ-ເຊັນປື້ມໄວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ເຈິນ ດຶກ ເລືອງ

ວັນທີ 25 ພຶດສະພາ 2025 ທີ່ສະຖານທູດຫວຽດນາມ ປະຈຳ ສປປ ລາວ, ສະຫາຍ ວັນສີ ກົວມົວ ກໍາມະການສໍາຮອງສູນກາງພັກ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍຄະນະ ເຂົ້າຮ່ວມພິທີວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການເສຍຊີວິດຂອງ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 20 ພຶດສະພາ 2025 ທີ່ຜ່ານມາ.

ເນື້ອໃນປື້ມໄວ້ອາໄລ ໄດ້ລະບຸວ່າ: ຕາງໜ້າໃຫ້ຄະນະບໍລິຫານງານພັກ ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ຂໍສະແດງຄວາມໂສກເສົ້າເສຍດາຍ ຕໍ່ການຈາກໄປຂອງ ສະຫາຍ ເຈິນ ດຶກ ເລືອງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ. ຄະນະບໍລິຫານງານພັກ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຂໍຈົດຈໍາບຸນຄຸນ, ການປະກອບສ່ວນອັນໃຫຍ່ຫລວງ ແລະ ລໍ້າຄ່າຂອງສະຫາຍ ຕໍ່ການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຕະຫລອດມາ.

ພວກຂ້າພະເຈົ້າ ຂໍສະແດງຄວາມອາໄລຮັກ ແລະ ຂໍແບ່ງເບົາຄວາມໂສກເສົ້າຕໍ່ຄອບຄົວ, ຍາດຕິພີ່ນ້ອງຂອງສະຫາຍ ໃນໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານຂອງສະຫາຍ ເຈິນ ດຶກ ເລືອງ ໄປສູ່ສຸກຂະຕິດ້ວຍເທີນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments