Monday, June 2, 2025
Homeຂ່າວໜ້າໜຶ່ງລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ໃນວັນທີ 25 ພຶດສະພາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ອົບອຸ່ນ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໂດຍການເຂົ້າຮ່ວມຂອງ ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ທ່ານ ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ຫລັງຈາກນັ້ນ, ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ແລະ ຄະນະ ກໍໄດ້ສືບຕໍ່ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ພ້ອມທັງຕີລາຄາ ແລະ ກໍານົດທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບ ແລະ ສະແດງຄວາມປິຕິຍິນດີ ທີ່ເຫັນວ່າສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຕະຫລອດໄລຍະ 6 ທົດສະວັດທີ່ຜ່ານມາ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ພັດທະນາຂຶ້ນເປັນກ້າວໆ ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ການຮ່ວມມືໃນຄອບຄົວອາຊຽນ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ທີ່ສອງຝ່າຍມີແຜນຈະຈັດຫລາຍກິດຈະກໍາຮ່ວມກັນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມາເລເຊຍ ຄົບຮອບ 60 ປີ ໃນປີໜ້ານີ້ ໃຫ້ມີບັນຍາກາດອັນຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ; ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືທາງດ້ານການຄ້າ ທີ່ມີທ່ວງທ່າຂະຫຍາຍຕົວ ເຊິ່ງໃນປີ 2024 ຜ່ານມາ ການຄ້າສອງຝ່າຍມີມູນຄ່າຫລາຍກວ່າ 43 ລ້ານໂດລາສະຫະລັດ ເມື່ອທຽບໃສ່ປີ 2023 ມີພຽງ 30 ລ້ານໂດລາ ສະຫະລັດ, ພ້ອມທັງສະແດງຄວາມຊົມເຊີຍ ທີ່ຂະແໜງການຄ້າຂອງສອງປະເທດ ຈະຮ່ວມກັນຈັດສໍາມະນານັກທຸລະກິດລະດັບສູງ ລາວ-ມາເລເຊຍ ໃນໂອກາດຢ້ຽມຢາມໃນຄັ້ງນີ້ ເພື່ອແນໃສ່ຊຸກຍູ້ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ແລະ ມີປະສິດທິຜົນດີຍິ່ງໆຂຶ້ນ. ພ້ອມນີ້, ສອງນາຍົກລັດຖະມົນຕີ ໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບຈະສືບຕໍ່ສົ່ງເສີມການຮ່ວມມືສອງຝ່າຍ ໃນຂະແໜງການຕ່າງໆໃຫ້ແໜ້ນແຟ້ນ ແລະ ເປັນຮູບປະທໍາຂຶ້ນຕື່ມ ເຊັ່ນ: ການຮ່ວມມືດ້ານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ດ້ານພະລັງງານ, ດ້ານການເງິນ ແລະ ທະນາຄານ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານກະສິກໍາ, ດ້ານວັດທະນະທໍາ ແລະ ການທ່ອງທ່ຽວ, ດ້ານສາທາລະນະສຸກ, ດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ດ້ານເຕັກໂນໂລຊີ ແລະ ການສື່ສານ ແລະ ດ້ານແຮງງານ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ມີໂອກາດຢ້ຽມຢາມມາເລເຊຍ ຢ່າງເປັນທາງການ ເຊິ່ງເປັນຄັ້ງທໍາອິດ ນັບແຕ່ດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງ ມາເລເຊຍ ໃນຕະຫລອດໄລຍະຜ່ານມາ ໂດຍສະເພາະທາງດ້ານການພັດທະນາຊັບພະຍາກອນມະນຸດ, ການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ແລະ ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ຜ່ານມາ. ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການລົງທຶນຂອງມາເລເຊຍ ຢູ່ ສປປ ລາວ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ ເຊິ່ງປັດຈຸບັນ ການລົງທຶນຂອງມາເລເຊຍ ມີມູນຄ່າທັງໝົດ 946 ລ້ານໂດລາສະຫະລັດ, ກວມເອົາ 88 ໂຄງການ ແລະ ຖືກຈັດຢູ່ໃນອັນດັບທີ 4 ຂອງການລົງທຶນຕ່າງປະເທດ ຢູ່ ສປປ ລາວ, ພ້ອມທັງໄດ້ສະເໜີໃຫ້ລັດຖະບານມາເລເຊຍ ສືບຕໍ່ຊຸກຍູ້ ແລະ ລະດົມນັກທຸລະກິດມາເລເຊຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ໂດຍສະເພາະ ຂະແໜງການທີ່ເປັນບຸລິມະສິດຂອງລັດຖະບານລາວ.

ໃນຂະນະດຽວກັນ, ທ່ານ ອັນວາ ອິບຣາຮິມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ເຊິ່ງຈະເປັນຂີດໝາຍອັນສໍາຄັນໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງໄດ້ສະແດງຄວາມຍິນດີ ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບຝ່າຍລາວ ໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍສະເພາະການຮ່ວມມືດ້ານເສດຖະກິດຂອງສອງປະເທດ ໃຫ້ເປັນຮູບປະທໍາຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ມາເລເຊຍ-ລາວ.

ພາຍຫລັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ ແລະ ມາເລເຊຍ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີແລກປ່ຽນເອກະສານຮ່ວມມືສອງຝ່າຍ ຈໍານວນ 1 ສະບັບ ຄື: ບົດບັນທຶກການຮ່ວມມື (MoC) ລະຫວ່າງ ບໍລິສັດ ທ່າບົກທ່ານາແລ້ງ ຂອງ ສປປ ລາວ ແລະ ບໍລິສັດ ທ່າເຮືອປີນັງ ຂອງ ມາເລເຊຍ. ຫລັງຈາກນັ້ນ, ກໍໄດ້ຮ່ວມກັນຖະແຫລງຂ່າວ ຕໍ່ສື່ມວນຊົນຂອງສອງປະເທດ ກ່ຽວກັບຜົນສໍາເລັດຂອງການພົບປະສອງຝ່າຍຢ່າງເປັນທາງການໃນຄັ້ງນີ້.

ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments