Sunday, June 1, 2025
Homeຂ່າວໜ້າໜຶ່ງຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງ

ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງ

ໃນວັນທີ 25 ພຶດສະພາ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມຄະນະກຳມະການເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສຽງໃຕ້, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 29, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 34 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະພາການຮ່ວມມືເຂດອ່າວ ໂດຍການເປັນປະທານຂອງ ລັດຖະມົນຕີຕ່າງປະເທດ ມາເລເຊຍ ໃນນາມປະທານ ອາຊຽນ ປີ 2025.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບຄວາມຄືບໜ້າຂອງການຮ່ວມມືດ້ານຕ່າງໆ ພາຍໃຕ້ ປະຊາຄົມອາຊຽນ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025 ພາຍໃຕ້ຄໍາຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ”, ຊຶ່ງເຫັນວ່າມີຄວາມຄືບໜ້າເປັນຢ່າງດີ. ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການສະເໜີເປັນພາຄີສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສ່ຽງໃຕ້ ຂອງບັນດາປະເທດນອກພາກພື້ນ. ນອກຈາກນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບມຽນມາ. ພ້ອມນັ້ນ, ໄດ້ປຶກສາຫາລື ກ່ຽວກັບຄວາມຄືບໜ້າຂອງການກະກຽມເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ.

ກອງປະຊຸມຄະນະກຳມະການເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສຽງໃຕ້ ໄດ້ຮັບຮອງເອົາ ເອກະສານ ເພີ່ມເຕີມ ເພື່ອດັດແກ້ ສົນທິສັນຍາເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສຽງໃຕ້ ເພື່ອໃຫ້ສາມາດດຳເນີນຂະບວນການໃຫ້ ຕີມໍແລັດສະເຕ ເຂົ້າເປັນພາຄີສົນທິສັນຍາດັ່ງກ່າວ.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 29 ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ວຽກງານຂອງບັນດາຂະແໜງການພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ລວມທັງການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້້ນຄົງອາຊຽນ 2025.

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 36 ໄດ້ປຶກສາຫາລືການກະກຽມດ້ານຕ່າງໆ ສໍາລັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 26-27 ພຶດສະພາ 2025, ລວມທັງບັນດາເອກະສານຜົນຂອງບັນດາກອງປະຊຸມສຸດຍອດເຫລົ່ານັ້ນ. ໃນນີ້, ກອງປະຊຸມ ໄດ້ເຫັນດີຮັບຮອງເອົາເອກະສານວິໄສທັດປະຊາຄົມອາຊຽນ 2045 ແລະ ແຜນຍຸດທະສາດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ ເພື່ອນໍາສະເໜີໃຫ້ຜູ້ນໍາອາຊຽນ ຮັບຮອງເອົາຢ່າງເປັນທາງການໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 46 ເພື່ອເປັນທິດທາງການຮ່ວມມືອາຊຽນສໍາລັບ 20 ປີຂ້າງໜ້າ. ພ້ອມນີ້, ກອງປະຊຸມ ກໍໄດ້ຮັບຊາບ ແລະ ຮັບຮອງເອົາບົດລາຍງານຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນ ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ ຕໍ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 46, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານຂອງຄະນະສະເພາະກິດວຽກງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ແລະ ບົດລາຍງານຂອງຄະນະກຳມະການປະສານງານການເຊື່ອມຈອດອາຊຽນ.

ກອງປະຊຸມລັດຖະມົນຕີອາຊຽນ-ສະພາການຮ່ວມມືເຂດອ່າວ ໄດ້ປຶກສາຫາລື ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຂອບວຽກການຮ່ວມມືອາຊຽນ-ຈີຊີຊີ (2024-2028), ຊຶ່ງເປັນເອກະສານພື້ນຖານ ສຳລັບ ການເສີມຂະຫຍາຍການພົວພັນຮ່ວມມືອາຊຽນ-ຈີຊີຊີ. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ສອງພາກພື້ນຮັດແໜ້ນການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ເປັນຕົ້ນແມ່ນການສົ່ງເສີມການຮ່ວມມືດ້ານເສດຖະກິດ ໂດຍການຊອກຫາຊ່ອງທາງໃນການເພີ່ມທະວີດ້ານການຄ້າ ແລະ ການລົງທຶນ ແລະ ການຮ່ວມມືທາງດ້ານພະລັງງານ ແລະ ອື່ນໆ. ກອງປະຊຸມ ຍັງໄດ້ຢ້ຳຄືນຄວາມສໍາຄັນຂອງການການຮ່ວມມືທາງດ້ານເສດຖະກິດດີຈິຕອນ, ການຫັນເປັນດີຈິຕອນ, ປັນຍາປະດິດ, ການເຊື່ອມໂຍງ-ເຊື່ອມຈອດ, ການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ການທ່ອງທ່ຽວ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ຈີຊີຊີ ຄັ້ງທີ 2 ແລະ ກອງປະຊຸມສຸດຍອດອາຊຽນ-ຈີຊີຊີ-ຈີນ ທີ່ຈະຈັດຂຶ້ນໃນວັນທີ 27 ພຶດສະພາ 2025.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments