Friday, May 23, 2025
Homeຂ່າວດ່ວນການຂຸດຄົ້ນພຣະພຸດທະຮູບວັດຖຸບູຮານ ທີ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄລຍະທີ 3.

ການຂຸດຄົ້ນພຣະພຸດທະຮູບວັດຖຸບູຮານ ທີ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄລຍະທີ 3.

ການຂຸດຄົ້ນກອບກູ້ພຣະພຸດທະຮູບວັດຖຸບູຮານ ທີ່ດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄລຍະທີ່ 3 ໄດ້ດຳເນີນຂຸດຄົ້ນມາແຕ່ວັນທີວັນທີ 11 ພຶດສະພາ 2025 ເປັນຕົ້ນມາ ຄະນະຮັບຜິດຊອບການຂຸດຄົ້ນພຣະພຸດທະຮູບ ຈາກກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ-ເມືອງຕົ້ນເຜິ້ງ, ອຳນາດການປົກຄອງບ້ານ ພ້ອມປະຊາຊົນບ້ານໃຫຍ່ຕົ້ນເຜິ້ງ ກໍພົບເຫັນພຣະປາງຊະນະມານສູງ 32Cm, ບ່າໄຫຼ່ກວ້າງ 18 Cm ແລະ ວັດຖຸເປັນກ້ອນຄ້າຍຄືເງິນ 4 ກ້ອນ, ໜ້າທັ່ງເຫຼັກ 1 ອັນ.

ມາວັນທີ 22 ພຶດສະພາ 2025 ຕາມການ ລາຍງານຂອງຄະນະຮັບຜິດຊອບ ໃຫ້ຂໍ້ມູນກັບທີມຂ່າວວິທະຍຸ-ໂທລະພາບແຂວງບໍ່ແກ້ວຮູ້ວ່າ: ນັບແຕ່ການຂຸດຄົ້ນພຣະພຸດທະຮູບໄລຍະທີ່ 3 ແຕ່ວັນທີ 11-22 ພຶດສະພາ 2025 ນີ້ສາມາດຂຸດຄົ້ນພົບເຫັນພຣະພຸດທະຮູບ ແລະ ຊິ້້ນສ່ວນຕ່າງໆ ປະກອບມີ: ພຣະປາງຊະນະມານ 1 ອົງ, ຊິ້ນສ່ວນຂອງພຣະພຸດທະຮູບ 2 ຊິ້ນ, ພຣະໃບໂພ ຂະໜາດສູງ 7cm ກວ້າງ 3cm 1 ອົງ, ພຣະໃບໂພ ຂະໜາດສູງ 6,5cm ກວ້າງ 3cm 1 ອົງ ແລະ ໄດ້ພຣະໃບໂພນ້ອຍເພີ່ມອີກ 2 ອົງ, ຊີ້ນສ່ວນແຜ່ນຊືນນ້ອຍເປັນວົງມົນຂະໜາດ 3cm, ວັດຖຸເປັນກ້ອນຄ້າຍຄືເງິນ 7 ກ້ອນ, ໜ້າທັ່ງເຫຼັກ 1 ອັນ, ຂວານຫອນເຫຼັກ 1 ດວງ, ເຫຼັກເສັ້ນ 1 ເສັ້ນໂຄ້ງ ແລະ ຮ່ອງ ຮອຍຊາກດິນຈີ່ຈຳ ນວນໜຶ່ງຢູ່ໃນຄວາມເລິກປະມານ 4 ແມັດ, ຊີ້ນສ່ວນຖານດິນຈີ່ຄ້າຍຄືແທ່ນພຣະ 1 ຊີ້ນ ຂະໜາດ 40x40cm ແລະ ຂວານ 1 ອັນ.

ດັ່ງນັ້ນຄະນະຮັບຜິດຊອບໃຫ້ຮູ້ອີກວ່າ ແຕ່ລະວັນຂອງການຂຸດຄົ້ນພຣະພຸດທະຮູບທີ່ນ້ຳຂອງ ເຂດສຳປະທານດອນເຜິ້ງຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທາງສູນກາງ ແລະ ທ້ອງຖິ່ນ ໄດ້ປະສານສົມທົບກັນຢ່າງສະໜິດແໜ້ນ ແລະ ແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງລະອຽດ ເພື່ອເຮັດໃຫ້ການຂຸດຄົ້ນດຳເນີນໄປດ້ວຍດີມີບັນຍາກາດສາມັກຄີຮັກແພງປຸ້ມລຸ້ມເປັນໜຶ່ງດຽວ ໃນການສ້າງປະຫວັດສາດອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

ເຂົ້າຮ່ວມໃນການຂຸດຄົ້ນຄັ້ງນີ້ມີທ່ານ ປອ ທອງລິດ ຫຼວງໂຄດ ຮອງກົມມໍລະດົກ ກະຊວງ ຖວທ, ທ່ານ ສົມສັກ ມະຫາພົນ ຮອງຫົວໜ໊າພະແນກ ຖວທ ແຂວງບໍ່ແກ້ວ, ມີພຣະສົງອົງຄະເຈົ້າ, ອຳນາດການປົກຄອງບ້ານ, ການຈັດຕັ້ງບ້ານ ພ້ອມດ້ວຍຄະນະທີມງານຂຸດຄົ້ນຈາກສູນກາງ ແລະ ທ້ອງຖິ່ນ. ທັງນີ້ກໍ່ເພື່ອເປັນການກອບກູ້ເອົາວັດຖຸມຸງຄຸນ ແລະ ບູຮານ ກໍ່ຄືພຣະພຸດທະຮູບທີ່ເປັນຮ່ອງຮອຍປະຫວັດສາດທາງດ້ານວັດທະນະທຳ ໄດ້ຂຶ້້ນມາປະດິດສະ ຖານໄວ້ໃນວັດວາອາຣາມເຊິ່ງເປັນສະຖານທີ່ສັກສິດ ເຮັດໃຫ້ຊາວພຸດທົ່ວໂລກໄດ້ກາບໄຫວ້ ແລະ ຮູ້ເຖິ່ງຄຸນຄ່າມໍລະດົກທີ່ລ້ຳຄ່າຫາປຽບເໝືອນບໍ່ໄດ້, ເຊິ່ງໄດ້ເອກອ້າງເຖິ່ງຄວາມອຸດົມສົມບູນຮັ່ງມີຂອງອານາຈັກລາວລ້ານຊ້າງໃນອາດີດຕະການອີກດ້ວຍ.
ຂຽນ: ບຸນຈັນ ມະນີໄຊ
ກວດແກ້: ວຽງວອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments