Wednesday, May 21, 2025
Homeຂ່າວດ່ວນທີມງານຂຸດຄົ້ນວັດຖຸບູຮານຢູ່ເມືອງຕົ້ນເຜິ້ງ ພົບພະພຸດທະຮູບ 1 ອົງ

ທີມງານຂຸດຄົ້ນວັດຖຸບູຮານຢູ່ເມືອງຕົ້ນເຜິ້ງ ພົບພະພຸດທະຮູບ 1 ອົງ

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 20 ພຶດສະພາ 2025 ທີມງານຂຸດຄົ້ນກອບກູ້ພະພຸດທະຮູບ ແລະ ວັດຖຸບູຮານໄລຍະທີ 3 ທີ່ແຄມຂອງດອນເຜິ້ງຄຳ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ພົບພະພຸດທະຮູບ 1 ອົງ ເປັນພະປາງຊະນະມານ ລວງສູງ 32 ຊັງຕີແມັດ, ບ່າໄຫລ່ກວ້າງ 18 ຊັງຕີແມັດ, ຮູບປະພັນບໍ່ສົມບູນ. ນອກຈາກນີ້, ຍັງພົບວັດຖຸຮູບປະພັນຄາຍຄືເງິນ ຈໍານວນ 4 ອັນ, ຮູບປະພັນຄ້າຍຄືໜ້າຖັ່ງເຫລັກ 1 ອັນ ແລະ ຊິ້ນສ່ວນຂອງພະຈໍານວນໜຶ່ງ.

ການຂຸດຄົ້ນກອບກູ້ພະພຸດທະຮູບ ແລະ ວັດຖຸບູຮານທີ່ແຄມຂອງ ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ໄລຍະ 3 ພາຍຫລັງເລີ່ມຂຸດຄົ້ນມາ ເປັນເວລາ 10 ກວ່າວັນແລ້ວ ການຂຸດຄົ້ນແມ່ນດຳເນີນໄປຕາມແຜ່ນຜັງການສຳຫລວດ ຂອງບໍລິສັດອາກົວ ທີ່ໄດ້ມາຊ່ວຍເຫລືອລ້າໃນ ແຕ່ເດືອນມີນາທີ່ຜ່ານມາ. ປັດຈຸບັນການກອບກູ້ແມ່ນຈະສືບຕໍ່ໄປເລື້ອຍໆ ຖ້າພົບເຫັນພະພຸດທະຮູບ ຫລື ວັດຖຸຕ່າງໆຫລາຍຂຶ້ນແມ່ນຈະແຈ້ງໃຫ້ຫລາຍພາກສ່ວນ ຫລາຍບ້ານເຂົ້າມາມີສ່ວນຮ່ວມ ຕາມຂັ້ນຕອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments