Wednesday, May 21, 2025
Homeຂ່າວໜ້າໜຶ່ງອາຊຽນ ແລະ ຄູ່ຮ່ວມເຈລະຈາ ຫາລືກ່ຽວກັບສະພາບຜັນແປຂອງເສດຖະກິດ

ອາຊຽນ ແລະ ຄູ່ຮ່ວມເຈລະຈາ ຫາລືກ່ຽວກັບສະພາບຜັນແປຂອງເສດຖະກິດ

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບປະເທດຄູ່ຮ່ວມເຈລະຈາ ສະໄໝພິເສດ (ແບບທາງໄກ) ໄດ້ຈັດຂຶ້ນໃນວັນທີ 20 ພຶດສະພານີ້, ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ຊຶ່ງເຂົ້າຮ່ວມກອງປະຊຸມຜ່ານລະບົບອອນລາຍ ທີ່ກະຊວງ ອຄ, ນະຄອນຫຼວງວຽງຈັນ.

ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານກອງປະຊຸມ ຂອງ ທ່ານ ເຊນາເຕີ ເຕັງກູ ດາຕຸກ ສິຣິ ອຸຕາມາ ຊາຟູນ ລັດຖະມົນຕີກະຊວງລົງທຶນ, ການຄ້າ ແລະ ອຸດສາຫະກຳ ແຫ່ງ ມາເລເຊຍ ໃນຖານະເປັນປະເທດເຈົ້າພາບ ແລະ ປະທານອາຊຽນ ປີ 2025 ແລະ ປະທານຮ່ວມກັບ 3 ຄູ່ຮ່ວມເຈລະຈາ ກໍຄື 3 ວາລະກອງປະຊຸມ ຄື: ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບ ກະຊວງການຄ້າ ສປ ຈີນ; ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ; ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ກັບ ອົສຕຣາລີ ແລະ ນິວຊີແລນ). ກອງປະຊຸມໃນຄັ້ງນີ້, ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ລັດຖະມົນຕີກະຊວງການຄ້າ ຕີມໍເລັດສະເຕ ໃນນາມເປັນປະເທດສັງເກດການ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ກ່ຽວກັບສະພາບຜັນແປ ຂອງເສດຖະກິດ ໃນພາກພື້ນ ແລະ ສາກົນ ໂດຍສະເພາະບັນຫາການຂຶ້ນອັດຕາພາສີຂອງລັດຖະບານ ສະຫະລັດ ອາເມຣິກາ ທີ່ປະກາດ ໃນວັນທີ 2 ເມສາ 2025. ຜົນຂອງກອງປະຊຸມໃນຄັ້ງນີ້, ບັນດາລັດຖະມົນຕີເສດຖະກິດອາຊຽນ ແລະ ບັນດາລັດຖະມົນຕີປະເທດຄູ່ຮ່ວມເຈລະຈາ ໄດ້ສະແດງເຖິງຄວາມເປັນຫ່ວງຕໍ່ກັບສະພາບຜັນແປທາງດ້ານເສດຖະກິດໃນພາກພື້ນ ແລະ ສາກົນ ໂດຍສະເພາະການຂຶ້ນອັດຕາພາສີນໍາເຂົ້າຂອງ ສະຫະລັດ ອາເມລິກາ. ພ້ອມນັ້ນ, ກອງປະຊຸມຍັງໄດ້ສະແດງເຖິງຈຸດຢືນທີ່ສະໜັບສະໜຸນລະບົບການຄ້າຫຼາຍຝ່າຍ ພາຍໃຕ້ອົງການການຄ້າໂລກ ແລະ ກອງປະຊຸມຍັງໄດ້ເນັ້ນເຖິງການເພີ່ມທະວີການຮ່ວມມືກັບບັນດາປະເທດຄູ່ຮ່ວມພັດທະນາ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍືດຍຸ່ນໃຫ້ແກ່ເສດຖະກິດພາຍໃນອາຊຽນ.

ພາຍຫຼັງການປຶກສາຫາລື, ກອງປະຊຸມໄດ້ເຫັນດີຮັບຮອງເອົາຮ່າງຖະແຫຼງການຮ່ວມທັງ 3 ວາລະກອງປະຊຸມ ໂດຍເນື້ອໃນຂອງຖະແຫຼງການແມ່ນຮຽກຮ້ອງໃຫ້ທຸກປະເທດສະມາຊິກ ເຄົາລົບ ແລະ ຮັກສາລະບຽບຫຼັກການພື້ນຖານຂອງອົງການການຄ້າໂລກ ແລະ ເພີ່ມທະວີການຮ່ວມມືໃນຂອບການຄ້າເສລີທີ່ມີຢູ່ແລ້ວ ແລະ ໃໝ່ ເຊັ່ນ: ສັນຍາການເປັນຄູ່ຮ່ວມມືທາງດ້ານເສດຖະກິດຮອບດ້ານລະດັບພາກພື້ນ ຫຼື ອາເຊັບ ແລະ ສັນຍາການຄ້າເສລີອາຊຽນບວກ.

ຂ່າວ: ສຸກສະຫວັນ, ຂໍ້ມູນ-ພາບ: ກະຊວງ ອຄ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments