ວິທະຍຸສາກົນ ແຫ່ງສປ ຈີນ, ວັນທີ 19 ພຶດສະພານີ້, ກອງປະຊຸມ ອະນາໄມໂລກ ຄັ້ງທີ 78 ໄດ້ໄຂຂຶ້ນຢູ່ນະຄອນເຊີແນວ ຂອງສະວິດ, ຫົວຂໍ້ ຂອງກອງປະຊຸມຄັ້ງນີ້ແມ່ນ “ການສ້າງໂລກທີ່ມີສຸຂະພາບດີຮ່ວມກັນ”. ໃນພິທີໄຂກອງປະຊຸມ, ທ່ານ ເຕໂດຣສ ອັດຮານອມ ເກເບຣເຢຊຸສ, ຜູ້ອຳນວຍການໃຫຍ່ ອົງການ ອະນາໄມໂລກ ຫລື WHO ກ່າວວ່າ: ໃນກອງປະຊຸມ ຄັ້ງນີ້, ປະເທດ ສະມາຊິກຕ່າງໆ ຈະພິຈາລະນາ ແລະ ອາດຈະຮັບຮອງ “ສັນຍາ ກ່ຽວກັບ ພະຍາດ ລະບາດ” ຂອງ WHO. ທ່ານ ຍັງຮຽກຮ້ອງ ໃຫ້ບັນດາ ປະເທດ ສະມາຊິກ ຮັບຮອງ ການເພີ່ມ ຄ່າທຳນຽມ ສະມາຊິກ ຮອບໃໝ່, ເພື່ອຊຸກຍູ້ ໃຫ້ບັນລຸ ຄວາມຍືນຍົງ ແລະ ຄວາມເປັນ ເອກະລາດ ດ້ານງົບປະມານ ໃນໄລຍະຍາວຂອງ WHO.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ