Home ຂ່າວຕ່າງປະເທດ ສປ ຈີນ ໄດ້ຮັບການເລືອກຕັ້ງເປັນປະທານກອງປະຊຸມໃຫຍ່ປະເທດ ພາຄີສົນທິສັນຍາປີ 1970

ສປ ຈີນ ໄດ້ຮັບການເລືອກຕັ້ງເປັນປະທານກອງປະຊຸມໃຫຍ່ປະເທດ ພາຄີສົນທິສັນຍາປີ 1970

0
5

ຕາມແຫລ່ງຂ່າວຈາກ CGT, ກອງ​ປະ​ຊຸມ​ໃຫຍ່​ປະ​ເທດພາ​​ຄີ​ ຂອງ“ສົນ​ທິ​ ສັນ​ຍາ​ ວ່າ​ດ້ວຍ ​ວິ​ທີ​ເກືອດ​ຫ້າມ ແລະ ປ້ອງ​ກັນ ​ບໍ່​ໃຫ້​ສົ່ງ​ອອກ ແລະ ນຳ​ເຂົ້າ​ ຊັບ​ສິນ​ ດ້ານ​ວັດ​ທະ​ນະ​ທຳ ​ຢ່າງ​ຜິດ​ກົດ​ໝາຍ ພ້ອມ​ທັງ​ ໂອນ​ສິດ ​ທິ​ຄອບ​ຄອງ ​ຢ່າງ​ຜິດ​ກົດ​ໝາຍ” ທີ່​ອົງ​ການ ​ສະ​ຫະ​ ປະ​ຊາ​ຊາດ ​ເພື່ອ​ການ​ສຶກ​ສາ ວິ​ທະ​ຍາ​ສາດ ແລະ​ ວັດ​ທະ​ນະ​ທຳ ຫລື ອົງ​ການ​ອຸຍ​ແນັ​ສໂກ​ ໄດ້​ຮັບ​ຮອງ​ໃນ​ປີ 1970 ຄັ້ງ​ທີ 8 ໄດ້​ໄຂ​ຂຶ້ນ ​ຢູ່​ນະ​ຄອນ​ຫລວງ​ປາ​ຣີ​ ຂອງ​ຝ​ຣັ່ງ​ ໃນ​ວັນ​ທີ 19 ພຶດ​ສະ​ພານີ້, ສປ ຈີນ​ ໄດ້​ຮັບ​ການ​ເລືອກ​ຕັ້ງ ​ເປັນປະ​ເທດ ​ປະ​ທານ ກອງ​ປະ​ຊຸມ​ໃຫຍ່ ​ປະ​ເທດ​ ພາ​ຄີ ​ຄັ້ງ​ນີ້ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ ທີ່ ສປ ​ຈີນ​ ເປັນ​ປະ​ເທດ ​ປະ​ທານ ກອງ​ປະ​ຊຸມ​ໃຫຍ່ ​ດັ່ງ​ກ່າວ. ສປ ຈີນ​ ໄດ້​ຮັບ​ການ​ອະ​ນຸ​ມັດ ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ​ດັ່ງ​ກ່າວໃນ​ປີ 1989. ຫລັງ​ຈາກນັ້ນ, ສປ ຈີນ ​ໄດ້ເຄົາ​ລົບ ແລະ ປະ​ຕິ​ບັດຕາມຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ ຢ່າງ​ຕັ້ງ​ໜ້າ​ມາ​ໂດຍ​ຕະ​ຫລອດ ເຊິ່ງ​ໄດ້​ໃຊ້​ມາດ​ຕະ​ການ​ຕ່າງໆ​ ຢູ່​ພາຍ​ໃນ​ປະ​ເທດ ​ເພື່ອ​ປ້ອງ​ກັນ ແລະ ປາບ​ປາມ ການ​ສົ່ງ​ອອກ ແລະ ນຳ​ເຂົ້າ​ຊັບ​ສິນ​ດ້ານ​ວັດ​ທະ​ນະ​ທຳ ​ຢ່າງ​ຜິດ​ກົດ​ໝາຍ ພ້ອມ​ທັງ ​ການ​ໂອນ​ສິດ​ທິ​ຄອບ​ຄອງ​ ຢ່າງ​ຜິດ​ກົດ​ໝາຍ, ນອກ​ຈາກນັ້ນ,ສປ ຈີນ​ຍັງ​ໄດ້​ປັບ​ປຸງ​ ລະ​ບົບ​ກົດ​ໝາຍ​ ແລະ ລະ​ບຽບ​ການ​ ກ່ຽວ​ກັບ ​ການ​ອະ​ນຸ​ລັກ​ ວັດ​ຖຸ​ບູ​ຮານ ​ພາຍ​ໃນ​ປະ​ເທດ​ ໃຫ້​ສົມ​ບູນ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ ເພື່ອ​ເຮັດ​ໃຫ້​ກົດ​ໝາຍ ແລະ ລະ​ບຽບ​ການ​ເຫລົ່າ​ນີ້ ມີ​ຄວາມ​ສອດ​ຄ່ອງ​ກັບຫລັກ​ການ ແລະ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ​ຂອງ​ສົນ​ທິ​ສັນ​ຍາດັ່ງ​ກ່າວ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here