ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້ ຢູ່ນະຄອນຫຼວງຮ່າໂນ້ຍ, ກົມການເມືອງ, ຄະນະເລຂາ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດເຊື່ອມຊຶມ, ຜັນຂະຫຍາຍປະຕິບັດມະຕິເລກທີ 66 ຂອງກົມການເມືອງກ່ຽວກັບການປ່ຽນແປງໃໝ່ວຽກງານກໍ່ສ້າງ ແລະ ປະຕິບັດກົດໝາຍຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດໃນຍຸກສະໄໝໃໝ່ ແລະ ມະຕິເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ. ໂດຍການເຂົ້າຮ່ວມຂອງທ່ານ ໂຕເລິມ ເລຂາທິການໃຫຍ່.
ທ່ານ ໂຕເລິມ ກ່າວຄຳເຫັນໃນກອງປະຊຸມວ່າ: ປັດຈຸບັນ, ຫວຽດນາມ ພວມດຳເນີນການປ່ຽນແປງໃໝ່, ປະຕິຮູບ, ສຸມໃສ່ສີ່ບຸກທະລຸ ຄື: ມະຕິເລກທີ 57 ຂອງກົມການເມືອງ, ຊຸກຍູ້ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ, ມະຕິເລກທີ 59 ກ່ຽວກັບການເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມະຕິເລກທີ 68 ກ່ຽວກັບການພັດທະນາເຂດເສດຖະກິດເອກະຊົນ; ມະຕິເລກທີ 66 ກ່ຽວກັບການປ່ຽນແປງວຽກງານກໍ່ສ້າງ, ປະຕິບັດກົດໝາຍຢ່າງຮອບດ້ານ. ມາຮອດປັດຈຸບັນ, ມະຕິ 4 ສະບັບນີ້ແມ່ນເສົາຄໍ້າສໍາຄັນຂອງພື້ນຖານລະບອບລະບຽບການ, ສ້າງກຳລັງໜູນຢ່າງແຮງເພື່ອນຳຫວຽດນາມ ພັດທະນາ, ກ້າວເຂົ້າສູ່ສັງກາດໃໝ່, ຫັນການປະຕິບັດວິໄສທັດ ຫວຽດນາມພັດທະນາ, ມີລາຍຮັບສູງໃນປີ 2045 ໃຫ້ປະກົດຜົນເປັນຈິງ.
ຫວນຄືນບັນດາເນື້ອໃນຫຼັກຂອງມະຕິສະບັບຕ່າງໆ, ທ່ານ ໂຕເລິມ ເນັ້ນໜັກວ່າ: ມະຕິເລກທີ 68 ໄດ້ວາງພື້ນຖານໃຫ້ແກ່ການຫັນປ່ຽນຢ່າງຮອບດ້ານ ກ່ຽວກັບນະໂຍບາຍພັດທະນາເສດຖະກິດເອກະຊົນ. ນີ້ແມ່ນການຄັດເລືອກຍຸດທະສາດທີ່ຖືກຕ້ອງ, ຮີບດ່ວນ, ນຳມາຊຶ່ງວິໄສທັດທີ່ຍາວນານ, ເພື່ອແນໃສ່ພັດທະນາປະເທດໝັ້ນຄົງ ເຂັ້ມແຂງ ຈະເລີນຮຸ່ງເຮືອງ ໃນກາງສະຕະວັດທີ XXI.