Home ຂ່າວຕ່າງປະເທດ ມຽນມາ ກຽມຈັດກອງປະຊຸມຟື້ນຟູເສດຖະກິດຫຼັງແຜ່ນດິນໄຫວ

ມຽນມາ ກຽມຈັດກອງປະຊຸມຟື້ນຟູເສດຖະກິດຫຼັງແຜ່ນດິນໄຫວ

0
5

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້; ກະຊວງຖະແຫຼງຂ່າວມຽນມາ ເປີດເຜີຍວ່າ: ມຽນມາ ກະກຽມຈັດກອງປະຊຸມກ່ຽວກັບການຟື້ນຟູເສດຖະກິດຫຼັງແຜ່ນດິນໄຫວ ທີ່ນະຄອນຫຼວງເນປີດໍ ລະຫວ່າງວັນທີ 30 ຫາ 31 ພຶດສະພານີ້.

ໜັງສືພິມ The Mirror ຂອງລັດຖະບານມຽນມາລາຍງານວ່າ: ທ່ານ ໝ່ອງ ໝ່ອງ ໂອນ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ຂອງມຽນມາ ແລະ ທ່ານ ຕຸນ ໂອນ ລັດຖະມົນຕີກະຊວງການຄ້າ ໄດ້ເຂົ້າຮ່ວມກອງປະຊຸມປະສານງານເພື່ອກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມໃນທ້າຍເດືອນນີ້.

ທ່ານ ໝ່ອງ ໝ່ອງ ໂອນ ກ່າວວ່າ: ກອງປະຊຸມດັ່ງກ່າວແມ່ນແນໃສ່ສະໜັບສະໜູນການຟື້ນຟູເສດຖະກິດຂອງມຽນມາພາຍຫຼັງແຜ່ນດິນໄຫວ. ໂດຍທ່ານສະແດງຄວາມເຊື່ອໝັ້ນວ່າກອງປະຊຸມຈະໄດ້ຮັບໝາກຜົນອັນຕັ້ງໜ້າໃຫ້ແກ່ປະເທດ ແລະ ຈະໄດ້ເປີດໂອກາດໃຫ້ຜູ້ປະກອບການ ແລະ ພົນລະເມືອງທີ່ສົນໃຈ ມາຮ່ວມປຶກສາຫາລືກັນໃນພາກປະຕິບັດຕົວຈິງ. ພ້ອມທັງຊຸກຍູ້ການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ.

ບົດລາຍງານລະບຸວ່າ: ກອງປະຊຸມຈະສຸມໃສ່ປຶກສາຫາລື 3 ຫົວຂໍ້ຕົ້ນຕໍຄື: ຜົນກະທົບທາງເສດຖະກິດຈາກແຜ່ນດິນໄຫວ; ສິ່ງທ້າທາຍ ແລະ ກາລະໂອກາດໃນການຟື້ນຟູເສດຖະກິດ ແລະ ການພັດທະນາວິທີການຮ່ວມມືເພື່ອສະໜັບສະໜູນຂະບວນການຟື້ນຟູ

ທັງນີ້, ເຫດການແຜ່ນດິນໄຫວ ຂະໜາດ 7,9 ລິກເຕີ ໃນພາກກາງຂອງມຽນມາ ເມື່ອວັນທີ 28 ມີນາ ຜ່ານມາໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 3,800 ຄົນ, ບາດເຈັບ 5,100 ກວ່າຄົນ ແລະ 85 ຄົນ ຫາຍສາບສູນ (ຂໍ້ມູນທາງການ ໃນວັນທີ 13 ພຶດສະພາ 2025).

NO COMMENTS

LEAVE A REPLY

Please enter your comment!
Please enter your name here