Monday, May 19, 2025
Homeຂ່າວພາຍໃນສູນວັດທະນະທໍາຈີນ ປະຈໍາລາວ ຈັດກິດຈະກຳ ຊາສູ່ຄວາມປອງດອງ

ສູນວັດທະນະທໍາຈີນ ປະຈໍາລາວ ຈັດກິດຈະກຳ ຊາສູ່ຄວາມປອງດອງ

ສູນວັດທະນະທໍາຈີນ ປະຈໍາລາວ ຈັດກິດຈະກຳ ຊາສູ່ຄວາມປອງດອງ ແລະ ໂຄສະນາວັດທະນະທໍາ ແລະ ທ່ອງທ່ຽວ ກວາງຊີ ໃນຕອນບ່າຍວັນທີ 16 ພຶດສະພາ 2025 ເຊິ່ງກິດຈະກຳດັ່ງກ່າວ, ໄດ້ສ້າງຄວາມສົນໃຈ ແລະ ຄວາມຕື່ນເຕັ້ນ ໂດຍສະເພາະສາທິດການສະແດງສິລະປະ ຊາລິ້ວປາວ ແລະ ຊາດອກມະລິ ທີ່ມີຊື່ສຽງຂອງຈີນ, ການໂຄສະນາວັດທະນະທໍາ ແລະ ການທ່ອງທ່ຽວ ກວາງຊີ, ການສະແດງສິລະປະກວາງຊີ ທີ່ໜ້າປະທັບໃຈ. ນອກນາກນີ້, ຍັງມີການວາງສະແດງ ມໍລະດົກວັດທະນະທໍານາມມະທໍາ ກວາງຊີ ແລະ ນິທັດສະການຮູບພາບການທ່ອງທ່ຽວກວາງຊີ.

ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ໄດ້ກ່າວວ່າ: ປະເທດຈີນແມ່ນບ້ານເກີດຂອງຊາ, ເປັນເວລານັບພັນປີ ຊາໄດ້ກ້າວຂ້າມຂອບເຂດຂອງການເປັນເຄື່ອງກິນດື່ມ ແລະ ໄດ້ກາຍເປັນສັນຍາລັກແຫ່ງການດໍາລົງຊີວິດ ແລະ ວັດທະນະທໍາທີ່ເປັນເອກະລັກ. ນັບແຕ່ປີ 2023, ໃນຊ່ວງວັນຊາສາກົນ ກໍຄື ເດືອນພຶດສະ ພາຂອງທຸກໆປີ, ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ ຈະສົ່ງເສີມການຈັດກິດຈະກໍາ ຊາສູ່ຄວາມປອງດອງຂຶ້ນຢູ່ທົ່ວໂລກ. ສະເພາະສູນວັດທະນະທໍາຈີນ ປະຈໍາລາວ ກໍໄດ້ຈັດກິດຈະກຳດັ່ງກ່າວ, ເປັນເວລາ 3 ປີຜ່ານມາ ເຊິ່ງກິດຈະກໍາໃນຄັ້ງນີ້, ຈະກາຍເປັນຂົວຕໍ່ມິດຕະພາບ ເພື່ອເສີມຂະຫຍາຍຄວາມເຂົ້າໃຈລະຫວ່າງປະຊາ ຊົນລາວ-ຈີນ ແລະ ກາຍເປັນສັກຂີພິຍານປະຫວັດສາດແຫ່ງການແລກປ່ຽນ ແລະ ການຮຽນຮູ້ເຊິ່ງກັນ ແລະ ກັນຂອງອາລະຍະທໍາ ລະຫວ່າງສອງປະເທດ ແລະ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ.

ທ່ານ ລຽງຕ້າຈົ່ງ ທີ່ປຶກສາເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ ໄດ້ກ່າວວ່າ: ກວາງຊີ ແລະ ປະເທດລາວໃກ້ຊິດກັນທາງດ້ານພູມສາດ ແລະ ມີວັດທະນະທໍາທີ່ຄ້າຍຄືກັນ, ມີໄມຕີຈິດມິດຕະພາບທີ່ເລິກເຊິ່ງ, ເຊິ່ງມີບົດບາດພິເສດໃນການຮ່ວມມືຢ່າງເປັນມິດລະຫວ່າງຈີນ-ລາວ, ລາວ-ຈີນ. ໃນມໍ່ໆນີ້, ພາຍໃຕ້ການຊີ້ນໍາທີ່ເຫັນດີເຫັນພ້ອມກັນ ດ້ານຍຸດທະສາດຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ກວາງຊີ ໄດ້ມີບົດບາດໃນການເປັນປະຕູ ເພື່ອເປີດກວ້າງການຮ່ວມມືລະຫວ່າງຈີນ-ອາຊຽນ, ສືບຕໍ່ລົງເລິກການຮ່ວມມືແລກປ່ຽນຂົງເຂດຕ່າງໆກັບປະເທດລາວ, ເຊິ່ງໄດ້ບັນລຸຜົນສໍາເລັດອັນຍິ່ງໃຫຍ່. ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ຈະສືບຕໍ່ສະໜັບສະໜູນການຮ່ວມມືແລກປ່ຽນລະຫວ່າງ ກວາງຊີ ແລະ ປະເທດລາວ ໃຫ້ເຂົ້າສູ່ລ່ວງເລິກ, ຫວັງຢ່າງຍິ່ງວ່າຜ່ານກິດຈະກໍາໃນຄັ້ງນີ້, ກວາງຊີ ແລະ ປະເທດລາວຈະສາມາດສືບຕໍ່, ເປັນກໍາລັງສໍາຄັນ ເພື່ອປະກອບສ່ວນໃນການປະຕິບັດຕົວຈິງ ແລະ ລົງເລິກການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ, ລາວ-ຈີນ ຢ່າງບໍ່ຢຸດຢັ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments