Friday, May 16, 2025
Homeຂ່າວຕ່າງປະເທດສ.ອາເມລິກາ-ອາຣັບບີ ຊາອຸດິດ ໄດ້ລົງນາມໃນຂໍ້ຕົກລົງມູນຄ່າ 142 ຕື້ໂດລາສະຫະລັດ

ສ.ອາເມລິກາ-ອາຣັບບີ ຊາອຸດິດ ໄດ້ລົງນາມໃນຂໍ້ຕົກລົງມູນຄ່າ 142 ຕື້ໂດລາສະຫະລັດ

ທ່ານ ໂດນັນ ທຣຳ (Donald Trump), ປະທານາທິບໍດີ ສ.ອາເມລິກາ ໄດ້ເດີນທາງໄປຮອດຣີຢັດ ( Riyadh), ອາຣັບບີ ຊາອຸດິດ, ເຊິ່ງເປັນປະເທດທຳອິດໃນການຢ້ຽມຢາມ 3 ປະເທດ ເຂດອ່າວເປີເຊີຍ

ວິທະຍຸ ກະຈາຍສຽງ ຫວຽດນາມ, ທ່ານ ໂດນັນ ທຣຳ(Donald Trump), ປະທານາທິບໍດີ ສ.ອາເມລິກາ ໄດ້ເດີນທາງ ໄປຮອດ ຣີຢັດ ( Riyadh), ອາຣັບບີ ຊາອຸດິດ, ເຊິ່ງເປັນປະເທດ ທຳອິດ ໃນການຢ້ຽມຢາມ 3 ປະເທດ ເຂດອ່າວ ເປີເຊີຍ ລວມມີ: ອາຣັບບີ ຊາອຸດິດ, ກາຕາ ແລະ ສະຫະນະຄອນ ເອເມຣັດ ອາຣັບ (UAE) ພາຍໃນ 4 ວັນ (ແຕ່ວັນທີ 13–16 ພຶດສະພາ). ຕິດຕາມ ທ່ານ ປະທານາທິບໍດີ ສ.ອາເມລິກາ ໃນການຢ້ຽມຢາມຄັ້ງນີ້ ມີການນຳ ຫລາຍວິສາຫະກິດ ແຖວໜ້າຂອງ ສ.ອາເມລິກາ, ໃນນັ້ນ ມີເສດຖີ ເງິນຕື້ ເຕັກໂນໂລຢີ ທ່ານ ອີລອນມາສ(Elon Musk). ພາຍຫລັງ ໄປຮອດ Riyadh, ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ແລະ ເຈົ້າຊາຍ ໂມຮາມເໝັດ ບິນ ສາລມານ(Mohammed Bin Salman) ໄດ້ລົງນາມ ໃນສັນຍາ ການພົວພັນ ຄູ່ຮ່ວມມື ດ້ານເສດຖະກິດ ຍຸດທະສາດ ລະຫວ່າງ ສ.ອາເມລິກາ ອາຣັບບີ ຊາອຸດິດ. ສັນຍາ ສະບັບ ດັ່ງກ່າວ ລວມມີ ບັນດາ ບົດບັນທຶກ ຊ່ວຍຈຳ (MoU) ແລະ ຂໍ້ຕົກລົງຮ່ວມມື ໃນບັນດາຂົງເຂດ ພະລັງງານ, ບໍ່ແຮ່ ແລະ ການປ້ອງກັນຊາດ, ໃນນັ້ນ ມີຂໍ້ຕົກລົງຮ່ວມມື ໃນບັນດາ ຂົງເຂດ ປ້ອງກັນຊາດ ທີ່ມີມູນຄ່າ ຫລາຍກວ່າ 142 ຕື້ໂດລາສະຫະລັດ ໂດຍສຸມໃສ່ ການຫັນກຳລັງ ຄວາມສາມາດ ຂອງບັນດາກຳລັງ ປະກອບ ອາວຸດ ອາຣັບບີ ຊາອຸດິດ ເປັນທັນສະໄໝ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments