ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນທີ 15 ພຶດສະພານີ້, ກອງປະຊຸມປະຈຳປີ 2025 ຂອງຄະນະກຳມະການໃຫ້ຄຳປຶກສາເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຈັດຂຶ້ນຢູ່ນະຄອນນິງໂປ ແຂວງເຈີ້ຈ່ຽງ ຂອງ ສປ ຈີນ. ບັນດາສະມາຊິກຄະນະກຳມະການດັ່ງກ່າວ ທີ່ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລື ໂດຍປິ່ນອ້ອມຫົວຂໍ້ຕົ້ນຕໍຄື “ຮ່ວມກັນສ້າງ ‘ໜຶ່ງແລວໜຶ່ງເສັ້ນທາງ’ ທີ່ມີຄຸນນະພາບສູງ, ສ້າງໂລກທີ່ເປີດກວ້າງ, ກວມລວມ, ເຊື່ອມໂຍງ ເຊື່ອມຈອດ ແລະ ພັດທະນາຮ່ວມກັນ”, ໂດຍໄດ້ລົງເລິກ ປຶກສາຫາລື ກ່ຽວກັບ ການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ”, ການເປີດເສລີ ແລະ ການອຳນວຍ ຄວາມສະດວກ ໃຫ້ແກ່ການຄ້າ ແລະ ການລົງທຶນ, ການຮ່ວມມື ດ້ານເສດຖະກິດ ດີຈີຕອນ ກັບປັນຍາປະດິດ ແລະ ຫົວຂໍ້ອື່ນໆ. ຜູ້ແທນທີ່ເຂົ້າຮ່ວມ ກອງປະຊຸມເຫັນວ່າ: ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ ”ທີ່ ສປ ຈີນ ສະເໜີອອກມານັ້ນ ໄດ້ເພີ່ມຄວາມໝັ້ນຄົງ ໃຫ້ແກ່ ການພັດທະນາທົ່ວໂລກ ແລະ ເປັນກາລະໂອກາດ ອັນສຳຄັນ ເພື່ອຊຸກຍູ້ການເຕີບໂຕ ຂອງເສດຖະກິດໂລກ ແລະ ສົ່ງເສີມ ຄວາມຈະເລີນ ຮຸ່ງເຮືອງ ຮ່ວມກັນຂອງໂລກ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ