Thursday, May 15, 2025
Homeຂ່າວພາຍໃນສໍາເລັດການກວດກາພື້ນທີ່ຊາຍແດນຮ່ວມ ລາວ-ໄທ ປະຈຳປີ 2025

ສໍາເລັດການກວດກາພື້ນທີ່ຊາຍແດນຮ່ວມ ລາວ-ໄທ ປະຈຳປີ 2025

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຜົນຂອງການກວດກາພື້ນທີ່ຊາຍແດນຮ່ວມ ລາວ-ໄທ ປະຈຳປີ 2025 ທີ່ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ຈັງຫວັດພະເຍົາ ແລະ ຈັງຫວັດຊຽງຣາຍ ຣາຊະອານາຈັກໄທ ໃນລະຫວ່າງວັນທີ 09-11 ພຶດສະພາ 2025 ໂດຍມີທ່ານ ພັທ ສຸພາເວດ ສຸກເລື່ອງຄໍາ ເລຂານຸການຄະນະອະນຸກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ທ່ານ ພັນເອກ ວຸດທິພັດ ປຣັດຖາວອນ ເລຂານຸການຄະນະອະນຸກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ ແລະ ພາກສ່ວນທີ່ກ່ຽວຂອງເຂົ້າຮ່ວມ.

ການກວດກາພື້ນທີ່ຮ່ວມຊາຍແດນ ລາວ-ໄທ ຂອງຄະນະອະນຸກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ປະຈຳປີ 2025 ເປັນການປະຕິບັດຕາມບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 29 ຂໍ້ 7.13, ການກວດກາພື້ນທີ່ຮ່ວມໃນຄັ້ງນີ້ ແມ່ນໄດ້ຈັດຂຶ້ນຢູ່ພື້ນທີ່ຊາຍແດນ ລະຫວ່າງ ແຂວງໄຊຍະບູລີ ແລະ ແຂວງບໍ່ແກ້ວ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ຈັງຫວັດພະເຍົາ ແລະ ຈັງຫວັດຊຽງຣາຍ ຣາຊະອານາຈັກໄທ ໃນລະຫວ່າງ ວັນທີ 09-10 ພຶດສະພາ 2025 ຝ່າຍລາວນໍາໂດຍ ພັອ ອຸ່ນຄຳ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ປະທານຄະນະອະນຸກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ; ຝ່າຍໄທນຳໂດຍ ພົນໂທ ນັດຖະພົງ ເພຣົາແກ້ວ ເຈົ້າກົມກິດຈະການຊາຍແດນທະຫານ, ປະທານຄະນະອະນຸກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ ເປັນຫົວໜ້າຄະນະ ພ້ອມດ້ວຍຄະນະກວດກາພື້ນທີ່ທັງສອງຝ່າຍ ເຂົ້າຮ່ວມ.

ຜົນຂອງການກວດກາພື້ນທີ່ຮ່ວມຕາມຊາຍແດນ ລາວ-ໄທ ຄັ້ງນີ້, ສອງຝ່າຍໄດ້ເອກະພາບແຜນການກວດກາພື້ນທີ່ຮ່ວມກັນ ແລະ ໄດ້ຮັບຟັງການບັນລະຍາຍສະພາບການພື້ນທີ່ ຢູ່ຈຸດດ່ານ ປາງມອນ-ບ້ານສາຍພົວພັນລາວ-ໄທ ແລະ ການຮັກສາຄວາມສະຫງົບຮຽບຮ້ອຍ, ຄວາມໝັ້ນຄົງ ຂອງສອງປະເທດ ພ້ອມທັງສະໜັບສະໜູນ ໃຫ້ມີການອອກຂ່າວກ່ຽວຂ້ອງກັບ ການເຄື່ອນໄຫວຂອງກົນໄກການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍ ແລະ ກົນໄກການຮ່ວມມື ໃນການແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ລາວ-ໄທ ທັງໃນລະດັບສູນກາງ ແລະ ທອງຖິ່ນ.

ສຳລັບການລົງກວດກາພື້ນທີ່ຊາຍແດນຮ່ວມຄັ້ງນີ້ ທັງສອງຝ່າຍ ຢືນຢັນປະຕິບັດຕາມ ຂໍ້ຕົກລົງວ່າດ້ວຍການຮ່ວມມື ດ້ານຄວາມໝັ້ນຄົງ ບໍລິເວນຊາຍແດນລາວ-ໄທ ສະບັບໃໝ່ ໂດຍບໍ່ອະນຸຍາດໃຫ້ບຸກຄົນ, ກຸ່ມຄົນທີ່ເປັນໄພຕໍ່ຄວາມໝັ້ນຄົງ ລາວ-ໄທ ມາໃຊ້ພື້ນທີ່ພາຍໃຕ້ ເຂດອະທິປະໄຕຂອງຕົນ ເຄື່ອນໄຫວເພື່ອໂຈມຕີ ແລະ ທຳລາຍອີກຝ່າຍໜຶ່ງ; ຫາກມີບຸກຄົນ, ກຸ່ມຄົນທີ່ເປັນໄພຕໍ່ຄວາມໝັ້ນຄົງ ລາວ-ໄທ ມາເຄື່ອນໄຫວ ຫລື ຕັ້ງຖິ່ນຖານຢູ່ໃນພື້ນທີ່ຂອງຝ່າຍໃດຝ່າຍໜຶ່ງ ແມ່ນໃຫ້ຝ່າຍນັ້ນແກ້ໄຂໂດຍໄວ ບົນພື້ນຖານຫລັກການ, ພາຍໃຕ້ຂອບກົດໝາຍຂອງແຕ່ລະຝ່າຍ ແລະ ກົດໝາຍລະຫວ່າງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments