Thursday, May 15, 2025
Homeຂ່າວພາຍໃນລະວັງ! ເຫັດບາງຊະນິດອາດເປັນເຫັດເບື່ອ ຫ້າມນໍາມາບໍລິໂພກເດັດຂາດ

ລະວັງ! ເຫັດບາງຊະນິດອາດເປັນເຫັດເບື່ອ ຫ້າມນໍາມາບໍລິໂພກເດັດຂາດ

ເຫັດເບື່ອ ຫຼື ເຫັດເປັນພິດ ບາງຊະນິດຖ້າຫາກນຳມາປຸງແຕ່ງເປັນອາຫານ ພາຍຫຼັງກິນແລ້ວອາການສະແດງອອກຄື: ກໍລະນີເຫັດເບື່ອຮ້າຍແຮງບາງຊະນິດຫຼັງຈາກກິນແລ້ວປະມານ 6-24 ຊົ່ວໂມງຈະມີອາການຖອກທ້ອງ, ທ້ອງບິດ, ເຈັບທ້ອງຮຸນແຮງ ແລະ ປຸ້ນທ້ອງປວດຮາກ, ຫຼັງຈາກ 24 ຊົ່ວໂມງຈະມີອາການຕັບ ແລະ ໄຂ່ຫຼັງບໍ່ທໍາງານ ແລະ ເຖິງຂັ້ນເສຍຊີວິດພາຍໃນ 2-6 ວັນ.

ເຫັດເບື່ອບາງຊະນິດ ຫຼັງຈາກກິນແລ້ວຈະມີເຫື່ອອອກ, ນໍ້າຕາ ແລະ ນໍ້າລາຍໄຫຼ, ວິນຫົວ, ປຸ້ນທ້ອງປວດຮາກ, ຖອກທ້ອງ. ກໍລະນີເຖິງຂັ້ນຮ້າຍແຮງຊີບພະຈອນເຕັ້ນຊ້າ, ຄວາມດັນເລືອດຕໍ່າອາດເຖິງຂັ້ນເສຍຊີວິດໄດ້.

ເຫັດເບື່ອຈໍານວນໜຶ່ງຈະມີອາການເມົາ, ລະເມີ, ຊຶມເສົ້າ, ປ່ວງບ້າ, ນອນຫຼັບເປັນເວລາດົນ, ອາດມີອາການປຸ້ນທ້ອງ, ອິດເມື່ອຍແຮງ ແລະ ເປັນອໍາມະພາດຊົ່ວຄາວ.

ເຫັດເບື່ອບາງຊະນິດຫຼັງຈາກກິນແລ້ວຈະມີອາການປວດທ້ອງ, ປຸ້ນທ້ອງປວດຮາກ, ຖອກທ້ອງ, ປັ້ນທ້ອງ, ມັກມີອາການຫຼັງຈາກກິນແລ້ວປະມານ 30-90 ນາທີ ອາດຈະມີອາການດີຂຶ້ນພາຍໃນ 3-4 ຊົ່ວໂມງ ແລະ ຈະຟື້ນຟູຊີບໃຫ້ເປັນປົກກະຕິພາຍໃນ 3-4 ວັນ.

ໃນໄລຍະລະດູຝົນຈະມີເຫັດຫຼາຍຊະນິດມັກເກີດຂຶ້ນຕາມທໍາມະຊາດ, ຫຼາຍຊະນິດສາມາດນໍາມາບໍລິໂພກໄດ້ ແຕ່ກໍມີບາງຊະນິດທີ່ເປັນເຫັດເບື່ອ ມີພິດ, ຂໍໃຫ້ປະຊາຊົນຈົ່ງລະມັດລະວັງ ແລະ ສັງເກດໃຫ້ດີກ່ອນການບໍລິໂພກທຸກຄັ້ງ.

ຂໍ້ມູນຈາກ: ສູນຂ່າວສານການແພດສຸກຂະສຶກສາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments