Home ຂ່າວຕ່າງປະເທດ ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 4 ເວທີປຶກສາຫາລືຈີນ-ປະຊາຄົມປະເທດອາເມລິກາລາຕິນ-ກາຣາອິບ

ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 4 ເວທີປຶກສາຫາລືຈີນ-ປະຊາຄົມປະເທດອາເມລິກາລາຕິນ-ກາຣາອິບ

0
7

ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 13 ພຶດສະພານີ້ ຢູ່ນະຄອນຫລວງ ປັກກິ່ງ ຂອງ ສປ ຈີນ, ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄໍາປາໄສ ອັນສໍາຄັນຕໍ່ ພິທີໄຂກອງ​ປະ​ຊຸມ​ ລະ​ດັບ ​ລັດ​ຖະ​ມົນ​ຕີ ​ຄັ້ງ​ທີ 4 ​ຂອງ​ເວ​ທີ ​ປຶກ​ສາ​ ຫາ​ລື ຈີນ​-ປະ​ຊາ​ຄົມ ​ປະ​ເທດ ອາ​ເມ​ລິກາ​ ລາ​ຕິນ ແລະ ​ກາ​ຣາ​ອິບ.ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ກ່າວວ່າ: ຄວາມຈິງໄດ້ພິສູດໃຫ້ເຫັນແລ້ວວ່າ:ສປ ຈີນ-ອາ​ເມ​ລິ​ກາ​ລາ​ຕິນ ໄດ້ກາຍເປັນປະຊາຄົມ ຮ່ວມຊາຕາກໍາ ທີ່ຮ່ວມມືກັນກ້າວໄປຂ້າງໜ້າ, ມີພະລັງຊີວິດ ຢ່າງຟົດຟື້ນ ແລະ ມີອະນາຄົດການພັດທະນາ ທີ່ກວ້າງຂວາງ. ປັດຈຸບັນ, ສະພາບການປ່ຽນແປງແບບບໍ່ເຄີຍມີມາກ່ອນ ໃນຮອບຮ້ອຍປີ ຂອງໂລກ ພວມເລັ່ງຜັນແປໄປ, ຄວາມສ່ຽງຫລາຍດ້ານ ສະຫລັບສັບຊ້ອນໄປພ້ອມກັນ, ປະເທດຕ່າງໆ ມີພຽງແຕ່ສາມັກຄີ ແລະ ປະສານງານກັນເທົ່ານັ້ນ ຈຶ່ງຈະສາມາດ ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ຂອງໂລກ, ພ້ອມທັງ ຊຸກຍູ້ໃຫ້ໂລກບັນລຸ ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ. ເມື່ອປະເຊີນໜ້າກັບ ພູມສາດ ການເມືອງ ແລະ ການເປັນປໍລະປັກກັນ ມີທ່າອ່ຽງຂະຫຍາຍຕົວ ຢ່າງສັບສົນ, ລັດທິຝ່າຍດຽວ ແລະ ລັດທິປົກປ້ອງ ໄດ້ປາກົດຂຶ້ນ ແບບສວນກະແສ, ສປ ຈີນ ຍິນດີສຸມທຸກ ຄວາມພະຍາຍາມຮ່ວມກັບ ອາ​ເມ​ລິ​ກາ ​ລາ​ຕິນ, ດໍາເນີນ 5 ໂຄງການສໍາຄັນ ດ້ານຄວາມສາມັກຄີ, ການພັດທະນາ, ອະລິຍະທໍາ, ສັນຕິພາບ ແລະ ການເຊື່ອມສານຈິດໃຈ ລະຫວ່າງ ປະຊາຊົນ, ຮ່ວມກັນສະແຫວງຫາ ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ, ຮ່ວມກັນສ້າງ ປະ​ຊາ​ຄົມຈີນ-ອາ​ເມ​ລິກາ​ລາ​ຕິນ.ບໍ່ວ່າສະພາບການສາກົນ ຈະປ່ຽນແປງໄປ ແນວໃດກໍຕາມ, ສປ ຈີນ ຈະເປັນເພື່ອນມິດທີ່ດີ ແລະ ຄູ່ຮ່ວມມືທີ່ດີ ຂອງປະ​ເທດ ອາ​ເມ​ລິກາ​ ລາ​ຕິນ ແລະ ​ກາ​ຣາ​ອິບ ຢ່າງສະເໝີຕົ້ນສະເໝີປາຍ. ພວກເຮົາ ຈົ່ງຮ່ວມມືກັນ, ຄຽງບ່າຄຽງໄຫລ່ກັນ ກ້າວໄປຂ້າງໜ້າ ບົນເສັ້ນທາງ ແຫ່ງຄວາມທັນສະໄໝ ຂອງກັນ ແລະ ກັນ, ແລະ ຮ່ວມກັນຂຽນໜ້າປະຫວັດສາດໃໝ່ແຫ່ງການສ້າງປະຊາຄົມຮ່ວມຊາຕາກໍາ ຈີນ-​ອາ​ເມ​ລິ​ກາ​ລາ​ຕິນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here