ໃນຕອນເຊົ້າວັນທີ 15 ພຶດສະພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ວິລະພັນ ສາລິລັດຖະວີພາກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພະລັງງານແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ໃນໂອກາດເດີນທາງມາຢ້າມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ວິລະພັນ ສາລິລັດຖະວີພາກ ພ້ອມຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ໄທ ກໍຄື ການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶຶ້ນ ໂດຍສະເພາະ ແມ່ນການພົວພັນຮ່ວມມື ໃນຂະແໜງພະລັງງານ ຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍ ແລະຮັດແໜ້ນການພົວພັນຮ່ວມມື ຢ່າງບໍ່ຢຸດຢັ້ງ.

ໃນໂອກາດດຽວກັນ, ທ່ານ ວິລະພັນ ສາລິລັດຖະວີພາກ ໄດ້ຕາງໜ້າຄະນະສະແດງຄວາມຂອບ ໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານຮອງນາຍົກລັດຖະມົນຕີໃນຄັ້ງນີ້, ພ້ອມທັງຖືໂອກາດນີ້, ລາຍງານໃຫ້ຊາບເຖິງຈຸດປະສົງໂດຍຫຍໍ້ ຂອງການເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້.