ຕອນບ່າຍວັນທີ 9 ພຶດສະພາ 2025 ນີ້, ຢູ່ຫໍວັດທະນະທຳແຫ່ງຊາດ ສປປ ລາວ ໄດ້ຈັດພິທີໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ການເດີນສວນສະໜາມສະເຫລີມສະຫລອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີ ຂອງຣັດເຊຍ ເຊິ່ງພິທີດັ່ງກ່າວ, ໄດ້ຈັດຢູ່ນະຄອນຫລວງມົດສະກູ, ສະຫະພັນຣັດເຊຍ, ໃຫ້ກຽດເຂົ້າຮ່ວມຊົມໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານແນວລາວສ້າງຊາດ, ທ່ານ ທູດວະລາດີເມຍ ກະລິນິນ ເອກອັກຄະລັດຖະທູດແຫ່ງສະຫະພັນຣັດເຊຍ ປະຈຳລາວ, ພ້ອມດ້ວຍພະນັກງານ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ ເຂົ້າຮ່ວມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ສປປ ລາວ ແລະ ສະຫະພັນຣັດເຊຍ ເປັນປະເທດທີ່ມີສາຍພົວພັນມິດຕະພາບ ແລະ ການຮ່ວມມື ກັນມາແຕ່ດົນນານ ແລະ ເປັນຄູ່ຮ່ວມມືຍຸດທະສາດ. ພ້ອມນີ້, ທ່ານຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຢ່າງຈິງໃຈມາຍັງ ລັດຖະບານສະຫະພັນຣັດເຊຍ ໃນການຈັດພິທີເດີນສວນສະໜາມ ເພື່ອສະເຫລີມສະຫລອງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີ ຢ່າງຍິ່ງໃຫຍ່ ແລະ ສົມກຽດໃນຄັ້ງນີ້, ເຊິ່ງເປັນມະຫາສົງຄາມປ້ອງກັນປິຕຸພູມ ຂອງກອງທັບ, ກຳມະກອນຢູ່ຕາມໂຮງຈັກ, ໂຮງງານ, ຊາວກະສິກອນ, ຊາວນາ ກໍຄື ປະຊາຊົນໂຊວຽດ (ໃນສະໄໝນັ້ນ) ທຸກຊົນຊັ້ນ ທີ່ໄດ້ຮ່ວມແຮງຮ່ວມໃຈກັນ ຕໍ່ສູ້ຢ່າອົງອາດກ້າຫານ ຈົນສາມາດຍາດເອົາໄຊຊະນະຈາກສັດຕູມາໄດ້, ໄຊຊະນະຂອງສະຫະພາບໂຊວຽດເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ II ຈຶ່ງຖືເປັນວັນທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຂອງປະເທດ ແລະ ປະຊາຊົນ ຣັດເຊຍ.

ເພື່ອເປັນການປະກອບສ່ວນຮ່ວມສະເຫລີມສະຫລອງ ຕໍ່ເຫດການປະຫວັດສາດ ທີ່ສໍາຄັນດັ່ງກ່າວນີ້, ສປປ ລາວ ໄດ້ສົ່ງກ້ອນກໍາລັງສວນສະໜາມຂອງກອງທັບປະຊາຊົນລາວ ຈໍານວນ 80 ທ່ານ ເຂົ້າຮ່ວມເດີນສວນສະໜາມ ເພື່ອສະເຫລີມສະຫລອງວັນໄຊຊະນະດັ່ງກ່າວ.
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ມີມາແຕ່ດົນນານ ແລະ ຄູ່ຮ່ວມມືຍຸດທະສາດຂອງສອງປະເທດ ລາວ-ຣັດເຊຍ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ສືບຕໍ່ໄດ້ຮັບການເສີມສະຫຍາຍແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.