Tuesday, May 13, 2025
Homeຂ່າວຕ່າງປະເທດ“ຕອບ​ບຸນ​ແທນ​ຄຸນ​ປະ​ເທດ​ຊາດ” ຄຳສອນຂອງ​ແມ່ທີ່ທ່ານ​ ສີ​ຈິ້ນ​ຜິງ ຈົດຈຳໃນໃຈ​ຕະ​ຫຼອດ

“ຕອບ​ບຸນ​ແທນ​ຄຸນ​ປະ​ເທດ​ຊາດ” ຄຳສອນຂອງ​ແມ່ທີ່ທ່ານ​ ສີ​ຈິ້ນ​ຜິງ ຈົດຈຳໃນໃຈ​ຕະ​ຫຼອດ

ຢູ່​ເທິ​ງ​ຖ້ານ​ປຶ້ມໃນຫ້ອງການຂອງທ່ານ ສີຈິ້ນຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອ​ມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ໄດ້​ວາງຮູບຖ່າຍໃບໜຶ່ງ ເຊິ່ງໄດ້ບັນທຶກ ໄວ້ກ່ຽວກັບທ່ານ ສີຈິ້ນຜິງ ພ້ອມດ້ວຍທ່ານນາງເຜີງລີ້ຢວນ ພັນລະຍາຂອງເພິ່ນ ຢືນໃຊ້ມື ປະຄອງທ່ານນາງ ​ສີຊິ່ນ ຜູ້ເປັນແມ່. ສອງແມ່ລູກຈັບມືກັນຢ່າງແໜ້ນແກ່ນ ເຊິ່ງ​ເປັນ​ພາບ​ທີ່​ໜ້າຊາບ​ຊຶ້ງ​ໃຈ​ຫຼາຍ.

ຄອບ​ຄົວ​ເປັນ​ຫ້ອງ​ຮຽນ​ທຳ​ອິດ​ໃນ​ຊີ​ວິດ​ຂອງ​ຄົນ, ພໍ່​ແມ່​ເປັນ​ຄູ​ສອນຜູ້​ທຳ​ອິດ​ຂອງ​ລູກ.ໃນ​ການ​ສຶກ​ສາ​ ແລະ​ ອົບ​ຮົມ​ບົ່ມ​ສອນ​ລູກເຕົ້າ, ທ່ານ​ນາງ ​ສີ​ຊິ່ນ​ ໄດ້​ປະ​ຕິບັດ​ຕົວ​ຈິງໂດຍ​ຖື​ຕົນ​ເອງ​ເປັນ​ແບບ​ຢ່າງ​ໃຫ້​​ລູກ, ​ສຶກ​ສາ ​ແລະ ອົບ​ຮົມ​ບົ່ມ​ສອນ​ລູກ​ທັງ​ຫຼາຍ​ ດ້ວຍ​ແບບ​ແຜນ​​ຄອ​ບ​ຄົວທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ​. ​ການ​ມີສະ​ຕິຄວາມ​ຮັບ​ຜິດ​ຊອບ ​ແລະ ສະ​ຕິພາ​ລະ​ກຳ​​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ທີ່​ມີ​ຕໍ່​ປະ​ເທດ​ຊາດ​ ແລະ ປະ​ຊາ​ຊົນ​ ແມ່ນ​​ໄດ້​ຮັບອິດ​ທິ​ພົນ​ຈາກ​​ສະ​ພາບ​ແວດ​ລ້ອມຄອບ​ຄົວ​ ແລະ​ ຈໍ່​ຕົວ​ຂຶ້ນ​ເທື່ອ​ລະ​ກ້າວ​ມາ​ຕັ້ງ​ແຕ່​ຕອນ​ຍັງ​ເຍົາໄວ.

ທ່ານ ສີຈິ້ຜິງ ເຄີຍ​ໄດ້​ແບ່ງ​ປັນເລື່ອງ​ລາວ​ກ່ຽວ​ກັບ​ທ່ານ​ນາງ ສີ​ຊິ່ນ ຜູ້​ເປັນ​ແມ່ ​ທີ່ພາ​ຕົນ​ເອງໄປ​ຊື້​ປຶ້ມ. ເພິ່ນ​ເລົ່າ​ສູ່​ຟັງ​ວ່າ: ເມື່ອຕົນເອງອາຍຸປະມານ 5-6 ປີ, ແມ່ເຮັດວຽກຢູ່ໂຮງ ຮຽນ​ທິດ​ສະ​ດີ​ພັກ​ຂັ້ນສູນກາງ, ຢູ່ກາງທາງ ທີ່ໄປໂຮງຮຽນທິດສະດີ​ພັກ​ຂັ້ນ​ສູນ​ກາງ ມີຮ້ານຂາຍປື້ມ​ແຫ່ງໜຶ່ງ, “​​ໃນ​ເວ​ລາ​​ນັ້ນ​ຂ້າ​ພະ​ເຈົ້​າຂີ້ຄ້ານບໍ່ຢາກຍ່າງ, ແມ່ກໍ່ເຈ່ຍເອົາ ແລ້ວເຂົ້າໄປໃນຮ້ານຂາຍປື້ມແຫ່ງນັ້ນ ເພື່ອຊື້ປື້ມປະກອບຮູບແຕ້ມກ່ຽວກັບເຢ້ເຟີຍ.”

​​​ຕອນນັ້ນ, ປຶ້ມເລື່ອງ​ລາວ​ກ່ຽວ​ກັບ​ເຢ້​ເຟີຍ ວິ​ລະ​ຊົນ​ຂອງ​ຊາດ​ຈີນ​ສະ​ໄໝ​ລາ​ຊະ​ວົງ​ຊົ້ງ​ໃຕ້ ​ມີ​ສອງ​ສ​ະ​ບັບ, ໜຶ່ງ​ແມ່ນ​ປຶ້ມ “ເຢ້​ເຟີຍ” ທີ່​ຊຸດ​ໜຶ່ງ​ມີ​ຫຼາຍ​ເຫຼັ້ມ, ໃນ​ນັ້ນ ເຫຼ້ັມໜຶ່ງ​ແມ່ນເລື່ອງ “ແມ່​ເຢ້​ເຟີຍ​ສັກ​ຕົວ​ໜັງ​ສື​ໃສ່​​ຫຼັງ​ຂອງ​ເຢ້​ເຟີຍ”, ອີກ​ສະ​ບັບ​ໜຶ່ງ​ແມ່ນ​ປຶ້ມສະ​ເພາະ​ເລື່ອງ​ລາວ​ກ່ຽວ​ກັບ​ເຢ້​ເຟີຍ ​ຈົງ​ຮັກ​ພັກ​ດີ​ ແລະ ​ຕອບ​ບຸນ​ແທນ​ຄຸນ​ປະ​ເທດ​ຊາດ. ທ່ານ​ນາງ ​ສີ​ຊິ່ນ​ໄດ້​ຊື້​ປຶ້ມທັງ​ສອງ​ສະ​ບັບ​ດັ່ງ​ກ່າວ​ໃຫ້​ທ່ານ​ ສີ​ຈິ້ນ​ຜິງ.

ເມື່ອຊື້ປື້ມມາແລ້ວ, ທ່ານ​ນາງ ​ສີ​ຊິ່ນ ກໍ່ເລົ່າເລື່ອງກ່ຽວ​ກັບ​ເຢ້​ເຟີຍ​ຈົງ​ຮັກ​ພັກ​ດີ​ ແລະ​ຕອບ​ບຸນ​ແທນ​ຄຸນ​​ປະ​ເທດ​ຊາດ ແລະ​ ເລື່ອງ​ກ່ຽວ​ກັບ ແມ່ເຢ້ເຟີຍເອົາເຂັມສັກຕົວໜັງສື “ຕອບ​ບຸນ​ແທນ​ຄຸນ​ປະ​ເທດ​ຊາດ” ໃສ່ຫຼັງຂອງ​ເຢ້ເຟີຍເພື່ອ​ເປັນ​ຄະ​ຕິ​ເຕືອນ​ໃຈ​.

ທ່​ານ ​ສີ​ຈິ້ນ​ຜິງ ບອກ​ໃຫ້​ຮູ້​ວ່າ: “​ຂ້າ​ພະ​ເຈົ້າ​ຖາມແມ່ວ່າ ປັກເຂັມໃສ່ຫຼັງ ບໍ່ເຈັບຫຼາຍບໍ! ແມ່​ຕອບວ່າ, ເຈັບແທ້, ແຕ່ກໍ່ຈົດຈຳໄວ້ໃນໃຈ ໄດ້ດີ. ຄຳວ່າ ‘ຕອບບຸນແທນຄຸນປະເທດຊາດ’ ຂ້າ​ພະ​ເຈົ້າຈົດຈຳໄວ້​ແຕ່​ນັ້ນ​ມາຈົນ​ເຖິງ​ປັດ​ຈຸ​ບັນ ແລະ​ ຄຳ​ນີ້​ກໍ​ໄດ້ກາຍເປັນເປົ້າໝາຍ​ທີ່​ຂ້າ​ພະ​ເຈົ້າ​ຈະ​ມຸ່ງ​ໝັ້ນ​ສະ​ແຫວງ​ຫາ​ຕະ​ຫຼອດ​ຊີ​ວິດ.”

​ເລື່ອງ​ລາວ​ກ່ຽວ​ກັບແມ່ເຢ້ເຟີຍເອົາເຂັມສັກຕົວໜັງສື “ຕອບ​ບຸນ​ແທນ​ຄຸນ​ປະ​ເທດ​ຊາດ” ໃສ່ຫຼັງຂອງ​ເຢ້ເຟີຍ ແມ່ນ​ຖືກ​ເລົ່າ​ຂານ​ກັນ​​ຢ່າງກວ້າງ​ຂວາງ​ຢູ່​ຈີນ ເຊິ່ງ​ເປັນ​ເລື່ອງ​ລາວ​ປະ​ຫວັດ​ສາດ​ກ່ຽວ​ກັບ​ໃນ​ຈຸດ​ເວ​ລາ​ອັນ​ຕະ​ລາຍທີ່​ປະ​ເທດ​ຊາດ​ຕົກ​ຢູ່​ໃນ​ວິ​ກິດ​ການ​ອັນ​ຂ້ຽວ​ຂາດ, ແມ່​ຂອງ​ເຢ້​ເຟີຍ​ໄດ້​ກະ​ຕຸກ​ຊຸກ​ຍູ້​ໃຫ້​ລູກຊາຍ​ກ້າວ​ຂຶ້ນ​ສູ່​ສະ​ໜາມ​ຮົບ​ເພື່ອ​ຕໍ່​ສູ້​ປ້ອງ​ກັນ​ປະ​ເທດ​ຊາດ. ນີ້​ກໍ​ແມ່ນ​ມູນ​ເຊື້ອ​ທາງ​ດ້ານນ້ຳ​ໃຈ​ຮັກ​ຊາດ ​ຮັກ​​ຄອບ​ຄົວ ​ແລະ ​ຮັກບ້ານ​ເກີດ​ເມືອງນອນ ທີ່​ສືບ​ທອດ​ຈາກວັດ​ທະ​ນະ​ທຳ​ຈີນ​ໃນ​ປະ​ຫວັດ​ສາດ​ພັນ​ປີ ມາ​ຈົນ​ເຖິງ​ທຸກ​ມື້​ນີ້ກໍ​ຍັງ​ມີ​ຄຸນ​ຄ່າສູງ​ຍິ່ງ​ຂຶ້ນ.

​​ຄຳ​ບູ​ຮານ​ຈີນເວົ້າ​ວ່າ: “ພື້ນ​ຖານ​ຂອງ​ໂລກ​ຂຶ້ນ​ກັບ​ປະ​ເທດ, ພື້ນຖານ​ຂອງ​ປະ​ເທດ​ຂຶ້ນ​ກັບ​ຄອບຄົວ”. ຢູ່​ໃນ​ຄວາມ​ມຸ່ງ​ຫວັງ​ຂອງ​ທ່ານ​ນາງ​ ສີ​ຊິ່ນ​ ທີ່​ມີ​ຕໍ່​ທ່ານ ​ສີ​ຈິ້ນ​ຜິງ​ ກໍ​ມີ​ສ່ວນ​ກ່ຽວ​ພັນກັບ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ເທດ​ຊາດ ​ແລະ ​ປະ​ຊາ​ຊົນ​ເຊັ່ນ​ກັນ.

ບຸນ​ກຸດ​ຈີນ​ປີ 2001, ທ່ານ​ ສີ​ຈິ້ນ​ຜິງ ​ບໍ່​ສາ​ມາດ​ກັບ​ເມື່ອ​ບ້ານເພື່ອຮ່ວມ​ສະຫຼອງ​ບຸນ​ປີ ​ໃໝ່​ກັບ​ພໍ່​ແມ່ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ທ່ານ​ນາງ​ ສີ​ຊິ່ນ​ ໄດ້​​ໂທ​ລະ​ສັບ​ທາງ​ໄກ​ລົມກັບ​ທ່ານ​ ສີ​ຈິ້ນ​ຜິງ ​ຜູ້​ເປັນ​ລູກ​ ທີ່ເປັນ​ເຈົ້າ​ແຂວງ​ແຂວງ​ຟູ​ຈ້ຽນ​ໃນ​ເວ​ລາ​ນັ້ນ. ຟີມ​ສາ​ລະ​ຄະ​ດີ​ເລື່ອງ “ຈົງ​ຮັກ​ພັກ​ດີ” ໄດ້​ບັນ​ທຶກ​ເລື່ອງລາວດັ່ງກ່າວ​ນີ້.

“ແມ່ຮູ້ສຶກພູມໃຈທີ່ເຫັນວ່າລູກມີວຽກຫຼາຍ, ສຳຄັນບໍ່ແມ່ນວ່າ ລູກຈະກັບມາຫຼືບໍ່, ຂໍພຽງແຕ່ລູກເຮັດວຽກໃຫ້ດີ ກໍ່ຖືວ່າແມ່ນຄວາມກະດັນຍູຕໍ່ພໍ່ແມ່ດີທີ່ສຸດແລ້ວ, ນີ້ຄືຄວາມຮັບຜິດຊອບຕໍ່ຄອບຄົວ ແລະ ຮັບຜິດຊອບຕໍ່ລູກເອງ.” ໃນ​ການ​ລົມ​ໂທ​ລະ​ສັບ, ເມື່ອໄດ້ຮູ້ວ່າລູກບໍ່ສາມາດກັບເມືອຢາມບ້ານຍ້ອນຄາວຽກ, ທ່ານນາງ​ ສີຊິ່ນ ​ຊ້ຳພັດມີຄວາມ​ດີໃຈ, ເພິ່ນ​ຫວັງ​ໃຫ້​ລູກ​ທຸ້ມ​ເທ​ເຮັດ​ວຽກ​ຢ່າງ​ໝົດ​ຈິດ​ໝົດ​ໃຈ ເພື່ອ​ແບກ​ຫາບ​ໜ້າ​ທີ່​​​ອັນ​ໜັກ​ໜ່ວງ​ໃຫ້​ດີ.

ຫຼາຍ​ປີ​ຜ່ານ​ມາ, ບໍ່​ວ່າ​ຕຳ​ແໜ່ງວຽກ​ງານ​ຈະ​ມີ​ການ​ປ່ຽນ​ແປງ​ຄື​ແນວ​ໃດ​ກໍ​ຕາມ, ທ່ານ ​ສີ​ຈິ້ນ​ຜິງ ​ໄດ້​ຈົດ​ຈຳ​ຄຳ​ສັ່ງ​ສອນ​ຂອງ​ແມ່ ແລະ​ປະ​ຕິ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ເພິ່ນ​ກ່າວ​ວ່າ: “ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ເປັນ​ເປົ້າ​ໝາຍ​ທີ່ຍິ່ງ​ໃຫຍ່ ແລະ ລຽບ​ງ່າຍ, ​ສະຫຼຸບ​ແລ້ວ​​ແມ່ນ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ທຸກ​ຖ້ວນ​ໜ້າ​ມີ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ. ​”

ຄຳວ່າ “ຕອບບຸນແທນຄຸນປະເທດຊາດ” ໄດ້​ຈາ​ລຶກ​ໄວ້​ຢູ່​ໃນ​ຈິດ​ໃຈ​ຂອງ​ທ່ານ ​ສີ​ຈິ້ນ​ຜິງ ​ຢ່າງ​ເລິກ​ເຊິ່ງ.

ທີ່ມາ: CMG FM93

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments