ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ເຈິນ ສີ ແທັງ ກຳມະການສູນກາງພັກ ຮອງເລຂາພັກ ປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ໃນວັນທີ 8 ພຶດສະພານີ້ ທີ່ສຳນັກງານຄະນະກຳມະການປະຊາຊົນນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ.
ໃນໂອກາດນີ້, ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄຳອວຍພອນໄຊອັນປະເສີດ ຈາກຄະນະນຳພັກ-ລັດ, ນະຄອນຫຼວງວຽງຈັນ ມາຍັງ ສະຫາຍ ເຈິນ ສີ ແທັງ ພ້ອມຄະນະ; ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມຂອງສະຫາຍຮອງເລຂາພັກນະຄອນຫຼວງ ຮ່າໂນ້ຍ ແລະ ສະແດງຄວາມຊົມເຊີຍທີ່ ສສ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະ ການທ້ອນໂຮມປະເທດຊາດໃຫ້ເປັນອັນໜຶ່ງອັນດຽວ ຄົບຮອບ 50 ປີ ຢ່າງຍິ່ງໃຫຍ່ ແລະ ອະລັງການ ໃນຂອບເຂດທົ່ວປະເທດ. ສະຫາຍທູດ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດ ໃນການສ້າງສາພັດທະນາຂອງນະຄອນຫຼວງ ຮ່າໂນ້ຍ ໃນໄລຍະຜ່ານມາ ຢ່າງກ້າວກະໂດດຂັ້ນໃນຫຼາຍດ້ານ. ສະຫາຍເຊື່ອໝັ້ນວ່າ: ນະຄອນຫຼວງຮ່າໂນ້ຍ ຈະປະຕິບັດສຳເລັດວິໄສທັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງຕົນ ຕາມແຜນການທີ່ໄດ້ວາງເອົາໄວ້.

ໃນໂອກາດດຽວກັນນີ້, ສະຫາຍທູດ ຍັງໄດ້ຕາງໜ້າໃຫ້ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະ ແມ່ນຊາວນະຄອນຫຼວງວຽງຈັນ ສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ການນຳ ພັກ, ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ, ເວົ້າສະເພາະ ແມ່ນອຳນາດການປົກຄອງ ແລະ ຊາວນະຄອນຫຼວງຮ່າໂນ້ຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ສປປ ລາວ ແລະ ນະຄອນຫຼວງວຽງຈັນໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນຂຶ້ນໄປເລື້ອຍໆ.
ສະຫາຍ ເຈິນ ສີ ແທັງ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບສະຫາຍ ນາງ ຄຳເພົາ ເອີນທະວັນ ພ້ອມຄະນະທີ່ມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້; ພ້ອມທັງເນັ້ນໜັກເຖິງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ຫວຽດນາມ ແລະ ລາວ, ກໍຄືລະຫວ່າງ ນະຄອນຫຼວງ ຮ່າໂນ້ຍ ກັບ ນະຄອນຫຼວງວຽງຈັນ, ແຂວງ ຫຼວງພະບາງ ແລະ ບັນດາທ້ອງຖິ່ນຂອງລາວ. ໃນໂອກາດນີ້, ສະຫາຍຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ການພົວພັນຮ່ວມມືລະຫວ່າງ ນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ ໃນຫຼາຍຂະແໜງ; ໃນນັ້ນ, ມີຂະແໜງການສຶກສາ ແລະ ກໍ່ສ້າງພະນັກງານ ໂດຍຈະສືບຕໍ່ຜັນຂະຫຍາຍໃຫ້ທຶນສຶກສາລະດັບຕ່າງໆໃຫ້ນະຄອນຫຼວງວຽງຈັນ ແລະ ພ້ອມທີ່ຈະໃຫ້ການຮ່ວມມື, ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ສະຖານທູດລາວ ເຮັດສຳເລັດໜ້າທີ່ຢູ່ ສສ ຫວຽດນາມ ຕາມການມອບໝາຍຂອງພັກ ແລະ ລັດຖະບານລາວມອບໃຫ້.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ