ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ບຽມບາຊູເຣນ ຈຳສ໌ຣັງ(Byambasuren JAMSRAN) ເອກອັກຄະລັດຖະ ທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ ໃນວັນທີ 8 ພຶດສະພາ 2028 ໃນໂອກາດສໍາເລັດການປະຕິບັດ ໜ້າທີ່ການທູດ ຢູ່ ສປປ ລາວ.
ໂອກາດນີ້, ທ່ານຮອງປະທານປະເທດ, ສະແດງຄວາມຊົມເຊີຍ ທ່ານ ບຽມບາຊູເຣນ ຈຳສ໌ຣັງ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະ 3 ປີກວ່າ ຢ່າງສະຫງ່າງາມ ແລະ ມີຜົນສໍາເລັດສູງຫລາຍດ້ານ, ພ້ອມທັງຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ທີ່ມີມາແຕ່ດົນນານ ທີ່ນັບມື້ໄດ້ຮັບການຂະຫຍາຍຕົວ ແລະ ແໜ້ນແຟ້ນຂຶ້ນເລື້ອຍໆ ພາຍຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ແຕ່ວັນທີ 12 ກັນຍາ 1962 ເປັນຕົ້ນມາ, ພິເສດ ທ່ານ ບຽມບາຊູເຣນຈຳສ໌ຣັງ ໄດ້ປະກອບສ່ວນສໍາຄັນ ເຂົ້າໃນການຊຸກຍູ້ການພົວ ພັນຮ່ວມມືຂອງສອງປະເທດ ເປັນຕົ້ນ ແມ່ນຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນຕ່າງໆຂອງສອງຝ່າຍ ແລະ ໄດ້ຊຸກຍູ້ໃຫ້ມີການລົງນາມໃນເອກະສານທີ່ກ່ຽວຂ້ອງກັບການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດຈຳນວນ 18 ສະບັບ. ນອກນັ້ນ, ທ່ານທູດ ຍັງໄດ້ຊຸກຍູ້ບັນດາແຜນງານ, ໂຄງການການຮ່ວມມືຂອງສອງລັດຖະບານ ລາວ-ມົງໂກລີ ໃຫ້ມີຄວາມຕໍ່ເນື່ອງ, ຮັກສາໄດ້ບັນຍາ ກາດຂອງການຮ່ວມມື ແລະ ຜົນປະໂຫຍດຂອງປະຊາຊົນສອງຊາດ ລາວ ແລະ ມົງໂກລີ ໂດຍສະເພາະຜົນສຳເລັດຢ່າງຈົບງາມຂອງ ກອງປະຊຸມຄະນະກຳມາທິການຮ່ວມມືດ້ານການຄ້າ, ເສດຖະກິດ, ວິທະຍາ ສາດ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະມົງໂກລີ ຄັ້ງທີ 12 ໃນລະຫວ່າງວັນທີ 26-28 ມັງກອນ2025 ທີ່ນະຄອນຫລວງວຽງຈັນ. ພ້ອມນີ້, ທ່ານຮອງປະທານປະເທດ ໄດ້ຕີລາຄາສູງຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ມົງໂກລີ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ມົງໂກລີ. ໂອກາດດັ່ງກ່າວ, ທ່ານຮອງປະທານປະເທດ ກໍໄດ້ອວຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ສືບຕໍ່ປະຕິບັດໜ້າທີ່ວຽກງານໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.
ພ້ອມກັນນີ້, ທ່ານທູດ ບຽມບາຊູເຣນຈຳສ໌ຣັງ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ, ທີ່ໄດ້ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນຈະສືບຕໍ່ ໃນການເປັນຂົວຕໍ່ປະກອບ ສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດລາວ-ມົງໂກລີ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.