ມື້ນີ້, ວັນທີ 9 ພຶດສະພາ ວັນຄົບຮອບ 80 ປີ ວັນທີ່ກອງທັບແດງໂຊວຽດ ໄຊຊະນະ ຟາດຊິດເຢຍລະມັນ (9 ພຶດສະພາ 1945-9 ພຶດສະພາ 2025). ໄຊຊະນະອັນຍິ່ງໃຫຍ່ນີ້ ໄດ້ກາຍເປັນເຫດການທີ່ມີລັກສະນະຍຸກສະໄໝຢ່າງແທ້ຈິງ, ບໍ່ພຽງແຕ່ສຳລັບປະເທດຣັດເຊຍເທົ່ານັ້ນ ຫາກຍັງສຳລັບວົງຄະນະຍາດສາກົນອີກດ້ວຍ ຊຶ່ງໄດ້ເຮັດໃຫ້ຊາຕາກຳຂອງຫລາຍປະເທດປ່ຽນແປງໂດຍພື້ນຖານ.
ຄັນທຸງໄຊຊະນະຢູ່ເທິງດາດຟ້າຂອງຫໍສະພາແຫ່ງຊາດເຢຍລະມັນ ຢູ່ນະຄອນຫລວງແບັກແລັງ, ໃນວັນທີ 9 ພຶດສະພາ 1945, ທັບມ້າງກອງກຳລັງນາຊີເຢຍລະມັນ ນັ້ນແມ່ນໄຊຊະນະທີ່ມີກຽດສະຫງ່າຂອງປະຊາຊົນໂຊວຽດໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່, ເປັນການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນການປົດປ່ອຍມວນມະນຸດໃຫ້ຫລຸດພົ້ນອອກຈາກສົງຄາມທີ່ໂຫດຮ້າຍສາມານໃນປະຫວັດສາດໂລກ, ຊ່ວຍໃຫ້ໂລກຫລຸດພົ້ນອອກຈາກແອກປົກຄອງຂອງພວກຟາດຊິດຮິດເລີຢ່າງສິ້ນເຊີງ. ປະຊາ ຊົນທີ່ກ້າວໜ້າໃນໂລກ ໄດ້ຈາລຶກບຸນຄຸນບໍ່ມີວັນຈືດຈາງຜົນຂອງປະຊາຊົນ ແລະ ກອງທັບວິລະຊົນໃນສົງຄາມໂລກ ຄັ້ງທີ II, ໄຊຊະນະອັນຍິ່ງໃຫຍ່ດັ່ງກ່າວບໍ່ພຽງແຕ່ຢັ້ງຢືນໃຫ້ເຫັນກຳລັງແຮງຂອງການປະຕິວັດເດືອນຕຸລາ ຂອງລະບົບສັງຄົມນິຍົມເທົ່ານັ້ນ ແຕ່ຫາກຍັງສ້າງເງື່ອນໄຂເພື່ອໃຫ້ບັນດາປະເທດໃນເອີຣົບ ແລະ ອາຊີຫລຸດພົ້ນອອກຈາກແອກປົກຄອງຂອງພວກຟາດຊິດ, ໄຊຊະນະຂອງສະຫະພາບໂຊວຽດໃນສົງຄາມໂລກ ຄັ້ງທີ II ໄດ້ກະຕຸກຊຸກຍູ້ຂະບວນການປົດປ່ອຍປະຊາຊົນຂອງປະເທດຕ່າງໆຂະຫຍາຍໄປທົ່ວໂລກ.
ສົງຄາມໂລກ ຄັ້ງທີ I ເປັນສົງຄາມໂລກຄັ້ງທໍາອິດທີ່ເກີດຂຶ້ນ ໃນໂລກມະນຸດ ແລະ ສົງຄາມຄັ້ງນີ້ເກີດຂຶ້ນອັນເນື່ອງມາຈາກຄວາມກະຫາຍສົງຄາມຂອງພວກນາຍທຶນທີ່ສະແຫວງຫາຜົນປະໂຫຍດ ຫລື ຄວາມລໍ້າລວຍດ້ວຍວິທີການແກ່ງແຍ່ງແຂ່ງຂັນ ແລະ ຊ່ວງຊີງລະບອບຫົວເມືອງຂຶ້ນ ຊຶ່ງພວກນາຍທຶນ ໄດ້ຖືເອົາປະເທດເມືອງຂຶ້ນເປັນແຫລ່ງຕອບສະໜອງຄວາມຕ້ອງການໃນການຂຸດຄົ້ນເອົາວັດຖຸດິບ, ຕະຫລາດຈໍາໜ່າຍສິນຄ້າ ແລະ ອື່ນໆຂອງພວກເຂົາ, ແຕ່ວ່າສົງຄາມໂລກ ຄັ້ງທີ II ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງ ແລະ ໜັກໜ່ວງທີ່ສຸດໃຫ້ກັບມວນມະນຸດໃນໂລກຄື: ສົງຄາມຄັ້ງນີ້ມີຜູ້ເສຍຊີວິດເຖິງ 10 ລ້ານຄົນ, ຖືກບາດເຈັບ 20 ລ້ານຄົນ,ສັບສົມບັດວັດຖຸມີຄ່າເຊັ່ນ:ຕົວເມືອງ,ເຮືອນຊານບ້ານ
ຊ່ອງ, ຖະໜົນຫົນທາງ, ໂຮງຈັກໂຮງງານ, ໂຮງຮຽນ, ໂຮງໝໍ ແລະ ອື່ນໆ ຖືກທໍາລາຍ ແລະ ຖືກເສຍຫາຍຄິດເປັນມູນຄ່າ 360 ຕື້ໂດລາ. ສົງຄາມໂລກ ຄັ້ງທີ II ໄດ້ເຮັດໃຫ້ມີຜູ້ເສຍຊີວິດເຖິງ 55 ລ້ານຄົນ ແລະ ບາດເຈັບກວ່າ 90 ລ້ານຄົນໃນທົ່ວໂລກ. ໃນນັ້ນ 50% ແມ່ນປະຊາຊົນໂຊວຽດ, ຄວາມເສຍຫາຍທາງດ້ານເສດຖະກິດມີເຖິງ 4.000 ຕື້ໂດລາ,ປະຊາຊົນໂຊວຽດ ຕ້ອງຜະເຊີນໜ້າກັບຜົນຮ້າຍຂອງສົງຄາມ, ບັນດາຕົວເມືອງ, ເຮືອນຊານບ້ານຊ່ອງ, ຖະໜົນຫົນທາງຖືກທຳລາຍເປັນຈຳນວນຫລວງຫລາຍ. ການເອົາຊະນະຟາດຊິດແມ່ນໄຊຊະນະຂອງສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ຂອງປະຊາຊົນໂຊວຽດຢ່າງແທ້ຈິງ. ດັ່ງນັ້ນ, ເພິ່ນຈຶ່ງຈັດການສະເຫລີມສະຫລອງເຫດການສໍາຄັນນີ້ໃນທຸກໆປີ.