ຂ່າວຕ່າງປະເທດລາຍງານ ໃນວັນທີ 7 ພຶດສະພາ ຜ່ານມາ; ສື່ມວນຊົນອົສຕຣາລີລາຍງານວ່າ: ເຄື່ອງມືວັດແທກພັນທຸກຳແບບໃໝ່ທີ່ອົສຕຣາລີພັດທະນາຂຶ້ນເອງ ກຳລັງຊ່ວຍເຫຼືອຊາວກະສິກອນຜູ້ລ້ຽງງົວນົມໃນການປັບປຸງພັນງົວທີ່ທົນທານຕໍ່ຄວາມຮ້ອນໄດ້ດີຂຶ້ນ. ທ່າມກາງຄວາມທ້າທາຍທີ່ເພີ່ມຂຶ້ນຂອງຄວາມກົດດັນຈາກອາກາດຮ້ອນໃນການລ້ຽງສັດ ຊຶ່ງເປັນຜົນມາຈາກການປ່ຽນແປງຂອງດິນຟ້າອາກາດ.
ບົດລາຍງານລະບຸວ່າ: ຄ່າພັນທຸກຳຄວາມທົນທານຕໍ່ຄວາມຮ້ອນຂອງອົສຕຣາລີ (Heat Tolerance Australian Breeding Value) ຊຶ່ງພັດທະນາໂດຍ ທ່ານ ທຸຍ ຫງຽວນ ນັກວິທະຍາສາດຈາກ Melbourne ເປັນດັດຊະນີພັນທຸກໍາເພື່ອແນໃສ່ການຊອກຫາງົວທີ່ທົນທານຕໍ່ກັບຄວາມຮ້ອນໄດ້ດີຂຶ້ນ. ໂດຍການນໍາໃຊ້ຕົວຢ່າງ DNA ທີ່ງ່າຍດາຍເຊັ່ນ: ເສັ້ນຂົນ, ເພື່ອໃຫ້ຄະແນນຄວາມສາມາດທົນທານຕໍ່ຄວາມຮ້ອນ (ເຕັມ 100 ຄະແນນ).
ທ່ານ ເທເວີ ແພຣຣິຊ ຊາວກະສິກອນລ້ຽງງົວນົມໃນລັດ New South Wales ທາງພາກຕາເວັນອອກສ່ຽງໃຕ້ຂອງອົສຕຣາລີ ຊຶ່ງເປັນໜຶ່ງໃນຜູ້ນຳໃຊ້ເຕັກໂນໂລຊີນີ້ເປັນຄົນທໍາອິດ ກ່າວວ່າ: ປັດຈຸບັນ, ງົວໃນຟາມປະມານ 20%ມີຄວາມສາມາດທາງພັນທຸກຳໃນການທົນກັບອາກາດຮ້ອນໄດ້ດີຂຶ້ນ.
ທ່ານ ສະເຕຟານີ ບລູເລນ ຫົວໜ້າຝ່າຍສຸຂະພາບສັດ ແລະ ສະຫວັດດີການສັດ ຂອງອົງການຈັດຕັ້ງອຸດສາຫະກໍານົມແຫ່ງຊາດ (Dairy Australia) ລະບຸວ່າ: ຄວາມກົດດັນຈາກອາກາດຮ້ອນໄດ້ຫຼຸດການຜະລິດນໍ້ານົມເຖິງ 40%, ເນື່ອງຈາກວ່າງົວທີ່ໂຕຮ້ອນເກີນໄປມັກຈະກິນອາຫານໜ້ອຍລົງ ຫຼື ຢຸດເຊົາການກິນອາຫານ. ດັ່ງນັ້ນ, ເລື່ອງນີ້ຈຶ່ງກ່ຽວຂ້ອງກັບການຮັກສາສະຫວັດດີການຂອງງົວບໍ່ນ້ອຍໄປກວ່າການຮັກສາຜົນຜະລິດ.