ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມຄະນະໄດ້ມອບເງິນ 300 ລ້ານກີບ ຊຸກຍູ້ສົ່ງເສີມງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ແລະ ກະກຽມເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV ໃນວັນທີ 7 ພຶດສະພາ 2025 ທີ່ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ, ເປັນກຽດຮັບໂດຍທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງ ຮສສ ພ້ອມດ້ວຍຄະນະພັກ-ຄະນະນຳກະຊວງເຂົ້າຮ່ວມ.

ທ່ານນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ທ່ານ ສຸພົນ ຈັນທະວີໄຊ ພ້ອມຄະນະທີ່ໄດ້ປະກອບສ່ວນຊຸກຍູ້ເຂົ້າໃນການແຂ່ງຂັນສີມືແຮງງານໃນຄັ້ງນີ້, ເພື່ອກະຕຸ້ນການພັດທະນາທ່າແຮງຄວາມສາມາດຂອງແຮງງານນໍາໄປສູ່ການສ້າງມູນຄ່າເພີ່ມທາງດ້ານເສດຖະກິດ ແລະ ການແຂ່ງຂັນຂອງປະເທດໃນເວທີ ພາກພື້ນ ແລະ ສາກົນ ລວມທັງເປັນເວທີໃຫ້ໄວໜຸ່ມ, ນັກຮຽນວິຊາຊີບໄດ້ສະແດງຄວາມສາມາດດ້ານທັກສະສີມືແຮງງານໃນເວທີການແຂ່ງຂັນ. ການແຂ່ງຂັນສີມືແຮງງານຖືເປັນເວທີໃຫ້ຊາວໜຸ່ມ, ກຳມະກອນລາວບັນດາເຜົ່າໄດ້ສະແດງອອກທາງດ້ານຄວາມຮູ້, ຄວາມສາມາດ, ທັກສະສີມື ທັງເປັນການຊຸກຍູ້ສົ່ງເສີມໃຫ້ບັນດາຊາວໜຸ່ມເຫັນຄວາມສຳຄັນໃນການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ຫຼາຍຂຶ້ນ.
(ຂ່າວສານ ຮສສ)