Thursday, May 8, 2025
Homeຂ່າວຕ່າງປະເທດຫລາຍປະເທດຈັດຕັ້ງພິທີສະເຫລີມສະຫລອງ 80 ປີແຫ່ງວັນໄຊຊະນະຟາດຊິດ

ຫລາຍປະເທດຈັດຕັ້ງພິທີສະເຫລີມສະຫລອງ 80 ປີແຫ່ງວັນໄຊຊະນະຟາດຊິດ

ວິທະຍຸກະຈາຍສຽງຫວຽດນາມ, ເນື່ອງໃນໂອກາດສະເຫລີມສະຫລອງ 80 ປີ ແຫ່ງວັນໄຊຊະນະຟາດຊິດ, ວັນທີ 6 ພຶດສະພາ ຢູ່ນະຄອນຫລວງມົດສະກູ, ສະຫະພັນຣັດເຊຍ ໄດ້ດຳເນີນງານມະໂຫລານສິລະປະຮັກຊາດ ພາຍໃຕ້ຫົວຂໍ້ “ໂຮງລະຄອນໄຊຊະນະ” ຢູ່ໂຮງລະຄອນກອງທັບຣັດເຊຍ. ໃນວັນດຽວກັນ, ກຸ່ມບໍລິສັດເຮືອບິນ ເຮີລີກົບແຕ (Rostex) ໄດ້ຈັດການເຄື່ອນໄຫວ “ກອງພັນໃຫຍ່ອະມະຕະ” ທາງອາກາດດ້ວຍບັນດາເຮືອບິນເຮີລີກົບແຕ ທີ່ຖືຮູບເຄິ່ງຄີງ ຂອງບັນດານັກບິນ ທີ່ໄດ້ເຂົ້າຮ່ວມສົງຄາມປ້ອງກັນຊາດອັນຍິ່ງໃຫຍ່.

ຢູ່ກາຊັກສະຖານ, ເນື່ອງໃນໂອກາດນີ້, ທະນາຄານສູນກາງ ກາຊັກສະຖານ ໄດ້ ຈຳໜ່າຍເງິນຫລຽນ ເຮັດດ້ວຍເງິນເຄືອບຄຳ 31,68g, ມູນຄ່າ 1.000 tenge ຈຳນວນ 2.000 ຫລຽນ (ປະມານ 1,94 ໂດລາສະຫະລັດ ຕໍ່ຫລຽນ) ແລະ 10 ລ້ານຫລຽນ ເຮັດດ້ວຍໂລຫາປະສົມ ມູນຄ່າ 200 tenge (0,39 ໂດລາສະຫະລັດ ຕໍ່ຫລຽນ) ເພື່ອແນໃສ່ ສະແດງຄວາມຮູຸ້ບຸນຄຸນຕໍ່ນ້ຳໃຈອົງອາດກ້າຫານ ແລະ ການເສຍສະຫລະຢ່າງພິລະອາດຫານ ເພື່ອປົກປັກຮັກສາ ປະເທດຊາດ. ໃນວັນດຽວກັນ, ປານາມາ ໄດ້ຈັດພິທີ ເປີດສະເຫລີມ ສະຫລອງ ອະນຸສາວະລີ ບັນດາລູກເຮືອ ກ່ຳປັ່ນດຳນ້ຳ ອະດີດ ສະຫະພາບ ໂຊວຽດ ເພື່ອສະເຫລີມ ສະຫລອງ ວັນບັນດາກ່ຳປັ່ນດຳນ້ຳ ອະດີດ ສະຫະພາບ ໂຊວຽດ ເດີນຜ່ານຊ່ອງແຄບ ປານາມາ ໃນໄລຍະ ດຳເນີນສົງຄາມ ປ້ອງກັນຊາດ ອັນຍິ່ງໃຫຍ່. ໃນຂອບເຂດ ຂອງພິທີ ຍັງດຳເນີນ ພິທີສູດມົນ ພາວະນາອາໄລ ຫາດວງວິນຍານ ບັນດານັກຮົບ ທີ່ໄດ້ເສຍສະຫລະຊີວິດ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments