Wednesday, May 7, 2025
Homeຂ່າວຕ່າງປະເທດພຶດຕິກຳປະຈຳວັນງ່າຍໆ ສາມາດຊ່ວຍຟື້ນຟູສຸຂະພາບຈິດໄດ້

ພຶດຕິກຳປະຈຳວັນງ່າຍໆ ສາມາດຊ່ວຍຟື້ນຟູສຸຂະພາບຈິດໄດ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 6 ພຶດສະພາ ຜ່ານມາວ່າ: ທີມນັກຄົ້ນຄວ້າຈາກມະຫາ ວິທະຍາໄລ Curtin ຂອງອົສຕຣາລີ ໄດ້ເຮັດການສໍາຫຼວດຜູ້ໃຫຍ່ 600 ກວ່າຄົນ ໃນລັດ Western Australia ເປີດເຜີຍວ່າພຶດຕິກຳປະຈຳວັນທີ່ງ່າຍດາຍເຊັ່ນ: ການເວົ້າລົມກັບໝູ່ເພື່ອນ, ໃຊ້ເວລາກັບທຳມະຊາດ ແລະ ເຮັດກິດຈະກຳກ່ຽວຂ້ອງກັບຄວາມຄິດ ສາມາດຊ່ວຍຟື້ນຟູສຸຂະພາບຈິດໄດ້ຢ່າງຫຼວງຫຼາຍ.

ຜົນການສຶກສາພົບວ່າ: ຜູ້ທີ່ສົນທະນາກັບຜູ້ອື່ນເປັນປະຈໍາທຸກວັນ ມີຄະແນນສຸຂະພາບຈິດສູງກວ່າຜູ້ທີ່ບໍ່ສົນທະນາເລື້ອຍໆເຖິງ 10 ຄະແນນ, ສ່ວນການສຳຜັດກັບທຳມະຊາດເປັນປະຈຳທຸກວັນ ມີຄະແນນເພີ່ມ 5 ຄະແນນ, ໃນຂະນະທີ່ການພົບປະສັງສັນທາງສັງຄົມເປັນປະຈຳ, ການອອກກຳລັງກາຍ, ການຝຶກຈິດໃຈ ແລະ ການຊ່ວຍເຫຼືອຜູ້ອື່ນລ້ວນແຕ່ເຮັດໃຫ້ສຸຂະພາບຈິດດີ.

ທ່ານສາດສະດາຈານ ຄຣິສຕິນາ ພໍລາຣດ ຫົວໜ້າການຄົ້ນຄວ້າຈາກຄະນະສຸຂະພາບປະຊາກອນຂອງມະຫາວິທະຍາໄລ Curtin ກ່າວວ່າ: ການຄົ້ນຄວ້າດັ່ງກ່າວໄດ້ເສີມສ້າງຄວາມເຂັ້ມແຂງຂອງພຶດຕິກໍາທີ່ງ່າຍດາຍທີ່ບໍ່ຕ້ອງໃຊ້ເງິນຫຼວງຫຼາຍ ແລະ ຢູ່ໃນຊີວິດປະຈຳວັນຂອງຫຼາຍຄົນຢູ່ແລ້ວໃນການຮັກສາສຸຂະ ພາບຈິດທີ່ດີ. ບໍ່ຈໍາເປັນຕ້ອງເຂົ້າໂປຣແກຣມລາຄາແພງ ຫຼື ການຊ່ວຍເຫຼືອດ້ານຄລີນິກ.

ທ່ານສາດສະດາຈານ ຄຣິສຕິນາ ພໍລາຣດ ກ່າວວ່າ: ການພົວພັນກັບຄົນອື່ນເປັນປະຈຳ ເຖິງແມ່ນວ່າພຽງແຕ່ການສົນທະນາເລັກນ້ອຍກໍສາມາດສ້າງຄວາມແຕກຕ່າງທາງດ້ານຄວາມຮູ້ສຶກຂອງຄົນໄດ້ຢ່າງຫຼວງຫຼາຍ. ໃນຂະນະດຽວກັນ, ການໃຊ້ເວລາຢູ່ກາງແຈ້ງ ຫຼື ເຮັດກິດຈະກໍາທີ່ຕ້ອງໃຊ້ສະມາທິ ແລະ ຄວາມຄິດ ເຊັ່ນ: ຫຼິ້ນເກມປິດສະໜາອັກສອນໄຂວ່, ການອ່ານໜັງສື ຫຼື ການຮຽນຮູ້ພາສາໃໝ່ ສາມາດຊ່ວຍຟື້ນຟູສຸຂະພາບຈິດໄດ້.

ຜົນການຄົ້ນຄວ້ານີ້, ສະໜັບສະໜູນການລົງທຶນຢ່າງຕໍ່ເນື່ອງໃນໂຄງການລິເລີ່ມສົ່ງເສີມສຸຂະພາບຈິດໃນລະດັບຊຸມຊົນ ທີ່ນອກເໜືອຈາກພຽງແຕ່ການເພີ່ມຄວາມຮູ້. ແຕ່ເປັນການປ້ອງກັນ, ບໍ່ແມ່ນການປິ່ນປົວ ເພື່ອຊ່ວຍເຫຼືອປະຊາຊົນມີສຸຂະພາບຈິດທີ່ດີກ່ອນທີ່ຈະເຖິງຂັ້ນຮ້າຍແຮງ. ນອກຈາກນັ້ນ, ຜົນການຄົ້ນຄວ້ານີ້ໄດ້ຖືກຈັດພິມເຜີຍແຜ່ໃນວາລະສານ SSM-Mental Health ດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments