ງານວາງສະແດງ ແລະ ຈຳໜ່າຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ແລະ ສິນຄ້າຄອບຄົວຕົວແບບ ຂອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ XI ເປີດຂຶ້ນເປັນທາງການ ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນວັນທີ 5 ພຶດສະພາ ຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ພ້ອມດ້ວຍຜູ້ປະກອບການ ຫົວໜ່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ ກ່າວວ່າ: ການຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າ ODOP ຢູ່ ນວ ໄດ້ປະຕິບັດມາແຕ່ປີ 2014, ຮອດປີ 2025 ເປັນຄັ້ງທີ XI ແລະ ການຈັດງານຄັ້ງນີ້ ເລີ່ມແຕ່ວັນທີ 1-11 ພຶດສະພາ 2025 ພາຍໃຕ້ຄໍາຂວັນ “ສົ່ງເສີມ ແລະ ຊົມໃຊ້ຜະລິດຕະພັນພາຍໃນ”; ການຈັດງານຄັ້ງນີ້ ກໍເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການໂຄສະນາສິນຄ້າໃຫ້ບັນດາຫົວໜ່ວຍຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ຢູ່ ນວ, ບັນດາແຂວງໃຫ້ມີຕາໜ່າງຕະຫຼາດຮອງຮັບຫຼາຍຂຶ້ນ ແລະ ເສີມສ້າງທ່າແຮງໃຫ້ແກ່ສິນຄ້າທີ່ໄດ້ຮັບຮອງໃຫ້ເປັນສິນຄ້າ ODOP ຂອງ ນວ-ບັນດາແຂວງ ແລະ ສິນຄ້າຄອບຄົວຕົວແບບ ຊຸກຍູ້ໃຫ້ມີການແລກປ່ຽນ ຊື້-ຂາຍສິນຄ້າ ໃຫ້ກວ້າງຂວາງ.

ງານດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກສູນການຄ້າ ລາວ-ໄອເຕັກ ທາງດ້ານສະຖານທີ່, ສື່ໂຄສະນາຕ່າງໆ ພ້ອມດ້ວຍກິດຈະກຳຕ່າງໆ ແລະ ຫຼາຍບໍລິສັດ ເຮັດໃຫ້ງານອອກມາໄດ້ຕາມລະດັບຄາດໝາຍ, ມີຫົວໜ່ວຍທຸລະກິດເຂົ້າຈໍານວນທັງໝົດ 116 ຫົວໜ່ວຍ ມີ 165 ຫ້ອງ; ໃນນີ້, ມີສິນຄ້າ ODOP ຂອງ ນວ ແລະ ຕ່າງແຂວງ 60 ຫົວໜ່ວຍ; ສໍາລັບສິນຄ້າ ODOP ແຫ່ງຊາດ ຈາກຕ່າງແຂວງ ເຂົ້າຮ່ວມ ມີ 7 ແຂວງ ຄື: ຫຼວງພະບາງ, ຫຼວງນໍ້າທາ, ຫົວພັນ, ອຸດົມໄຊ, ບໍລິຄໍາໄຊ, ສະຫວັນນະເຂດ ແລະ ຈໍາປາ ສັກ; ຄາດຄະເນມູນຄ່າສິນຄ້າທີ່ມາວາງຂາຍໃນງານ ມູນຄ່າ 12,49 ຕື້ກີບ.
ພິເສດ, ງານວາງສະແດງ ແລະ ຈໍາໜ່າຍສິນຄ້າຄັ້ງນີ້ ຍັງມີຫ້ອງ “ບູດພາວິນລຽນ” ເພື່ອວາງສະແດງສິນຄ້າທ່າແຮງ ສິນຄ້າອຸດສາຫະກໍາປຸງແຕ່ງ, ສິນຄ້າຕົວແບບຂອງເມືອງໄຊເສດຖາ ທີ່ເປັນຫ້ອງວາງສະແດງ ທີ່ພົ້ນເດັ່ນຂອງງານໃນຄັ້ງນີ້.
ທີ່ມາ: ເສດຖະກິດ-ການຄ້າ