Wednesday, May 7, 2025
Homeຂ່າວຕ່າງປະເທດອີຢູ ປະກາດບ້ວງເງິນ 500 ລ້ານເອີໂຣ ດຶງດູດວົງການນັກຄົ້ນຄວ້າທົ່ວໂລກ

ອີຢູ ປະກາດບ້ວງເງິນ 500 ລ້ານເອີໂຣ ດຶງດູດວົງການນັກຄົ້ນຄວ້າທົ່ວໂລກ

ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 5 ພຶດສະພາ, ທ່ານ ນາງ ຢູຊູລາ ໂວນ ເດີ ເລຢັນ (Ursula von der Leyen) ປະທານຄະນະກຳມະການເອີຣົບ ໄດ້ປະກາດບ້ວງເງິນ 500 ລ້ານເອີໂຣ (ປະມານ 566 ລ້ານ ໂດລາສະຫະລັດ) ເພື່ອແນໃສ່ ຊຸກຍູ້ ກຳລັງ ຄວາມສາມາດຄົ້ນຄວ້າ ວິທະຍາສາດຂອງ ສະຫະພາບ ເອີຣົບ (EU) ແລະ ດຶງດູດ ບັນດາ ນັກວິທະຍາສາດ ແຖວໜ້າ ຈາກຫລາຍປະເທດໃນໂລກ. ກ່າວຄໍຳເຫັນໃນກອງປະຊຸມ “ເລືອກເອົາເອີຣົບ ຍ້ອນວິທະຍາສາດ” ຈັດຂຶ້ນຢູ່ ປາຣີ (ປະເທດ ຝຣັ່ງ), ທ່ານ ນາງ von der Leyen ເນັ້ນໜັກວ່າ ລົງທຶນໃຫ້ວິທະຍາສາດ ແມ່ນການລົງທຶນຍຸດທະສາດ ໃນສະພາບການ ບັນດາປະເທດ ສະມາຊິກ ໄດ້ຮັບການສົ່ງເສີມ ເພີ່ມທະວີ ການລົງທຶນ ໃຫ້ແກ່ ການຄົ້ນຄວ້າ ແລະ ພັດທະນາ ໃຫ້ຂຶ້ນລະດັບ ໜ້ອຍສຸດ ແມ່ນ 3% GDP ໃນປີ 2030. ຕາມແຜນການ, ບ້ວງເງິນລົງທຶນ ໄດ້ຮັບການຜັນຂະຫຍາຍ ໃນໄລຍະ 2025–2027.ກ່ອນໜ້ານັ້ນ, ໃນເດືອນ ເມສາ, ຝຣັ່ງ ໄດ້ເລີ່ມຜັນຂະຫຍາຍ ພື້ນຖານ “ເລືອກເອົາປະເທດ ຝຮັ່ງ ຍ້ອນວິທະຍາສາດ”, ເພື່ອແນໃສ່ ອະນຸຍາດ ໃຫ້ບັນດາ ອົງການ ຄົ້ນຄວ້າ, ມະຫາວິທະຍາໄລ ແລະ ສະຖາບັນ ວິທະຍາສາດ ຍື່ນໃບສະເໜີ ຂໍເງິນອຸປະຖຳ ຈາກລັດຖະບານ ເພື່ອເຂົ້າເຖິງ ບັນດາ ນັກວິທະຍາສາດ ຕ່າງປະເທດ. ຂໍ້ລິເລີ່ມນີ້ ແມ່ນສ່ວນໜຶ່ງ ໃນຄວາມມານະ ພະຍາຍາມລວມຂອງ EU ເພື່ອແນໃສ່ ຍົກສູງທີ່ຕັ້ງແກ້ງແຍ້ງ ທົ່ວໂລກ ໃນຂົງເຂດຄົ້ນຄວ້າ ແລະ ປ່ຽນແປງໃໝ່.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments